Trending Now
ລວມຂ່າວ
More
ລວມນິຕິກຳ
ສາມາດອ່ານ ແລະດາວໂຫລດນິຕິກຳຂາງລຸ່ມນີ້:
ກົດໝາຍ
ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ເລກທີ 74/ສພຊ, ລົງວັນທີ 18/12/2015
ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເລກທີ 43/ສພຊ, ລົງວັນທີ 24/12/2013
ກົດໝາຍ ວ່າດ້ວຍ ການສຶກສາ (ສະບັບປັບປຸງ) ເລກທີ 62/ສພຊ, ລົງວັນທີ 16/07/2015
ກົດໝາຍ ວ່າດ້ວຍ ການຕ້ານແລະສະກັດກັ້ນອາຊະຍາກຳທາງຄອມພິວເຕີ ເລກທີ 61/ສພຊ, ລົງວັນທີ 15/07/2015
ດຳລັດ
ດຳລັດ ການສ້າງ ແລະພັດທະນາສີມືແຮງງານ ເລກທີ 036/ນຍ, ລົງວັນທີ 24/12/2013
ຂໍ້ຕົກລົງ
ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ເລກທີ 2066/ກງ, ລົງວັນທີ 25/06/2017
ສາມາດເຂົ້າອ່ານນິຕິກຳລວມຂອງລາວໄດ້ທີ່ນີ້: Click ອ່ານ ແລະດາວໂຫລດ
ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ ທີ່ເສຍ ຫຼືຖືກຄົນລັກ
ໃຜທີ່ໃຊ້ໂທລະສັບມືຖືສະມາດໂຟນໃນລະບົບ Android ຫຼືເຮັດໂທລະສັບມືຖືເສຍ, ເຈົ້າຈະມີວິທີຊອກແນວໃດ? ຖ້າໃຜໃຊ້ iPhone ກໍຈະຮູ້ວ່າມີແອບ Find My iPhone ໄວ້ສຳລັບຊອກໂທລະສັບມືຖືເສຍໄປໄດ້ ແຕ່ຖ້າໂທລະສັບມືຖືລະບົບ Android ຊຶ່ງມີຜູ້ໃຊ້ຈຳນວນຫຼາຍຂະໜາດ, ຫຼາຍຢີ່ຫໍ້ ຈະໃຊ້ແອບຫຍັງໃນການຄົ້ນຫາ ຊຶ່ງມື້ນີ້ມາເບິ່ງການໃຊ້ແອບ ແລະເວັບໄຊ໌ໃນການຊອກຫາໂທລະສັບມືຖືລະບົບ Android ທີ່ເສຍໄປພ້ອມໆກັນ.
ຮູ້ ຫລືບໍ່? ໂທລະສັບມືຖື Android ທີ່ເຮົາໃຊ້ ກໍສາມາດຊອກຫາ ເຊັ່ນດຽວກັນກັບ Find my iPhone ຂອງ iPhone. ພວກເຮົາຕ້ອງເປີດທີ່ຢູ່ (Location) ໄວ້...
ການທົດສອບມາດຖານສີມືແຮງງານ ປຸງແຕ່ງອາຫານ ລະດັບ 3
ການທົດສອບສີມືແຮງງານເປັນກິດຈະກຳໜຶ່ງໃນການສົ່ງເສີມການພັດທະນາສີມືແຮງງານ ແລະ ການພັດທະນາກຳລັງແຮງງານລາວ ໃຫ້ໄດ້ຕາມມາດຕະຖານສີມືແຮງງານແຫ່ງຊາດ, ແລະ ເປັນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແນວທາງຂອງພັກ-ລັດຖະບານ ເພື່ອເຮັດໃຫ້ກຳລັງແຮງງານລາວມີຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະດ້ານແຮງງານອຸດສາຫະກຳ, ແລະ ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ແລະ ປະເທດຊາດ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄຫມ, ທັງເປັນການຜັນຂະຫຍາຍເນື້ອໃນຈິດໃຈສີ່ບຸກທະລຸ ໂດຍສະເພາະແມ່ນການ ພັດທະນາຊັບພະຍາກອນມະນຸດ, ແລະ ຈະເປັນພື້ນຖານອັນດີໃຫ້ແກ່ ການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້, ມີສະຫວັດດີການແຮງງານ ທີ່ສົມເຫດສົມຜົນ ແລະ ມີຫຼັກຄ້ຳປະກັນໃນຊີວິດ.
ກອງປະຊຸມສະພາວິຊາການ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານປະຈຳສົກປີ 2018 – 2019 ແລະ ແຜນການປີ 2019 – 2020
ຕອນເຊົ້າເວລາ 8:30 ຂອງວັນທີ 26 ກັນຍາ 2019 ສູນພັດທະນາສີມືແຮງງານໄດ້ເປີດກອງປະຊຸມສະພາວິຊາການຂອງຕົນຂື້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ສົມພອນ ນາວຮືວ່າງ ເລຂາໜ່ວຍພັກ, ອຳນວຍການສູນພັດທະນາສີມືແຮງງານແຂວງອຸດົມໄຊ, ມີບັນດາສະຫາຍຄະນະອຳນວຍການ, ພະນັກງານຄູອາຈານທົ່ວສູນ ເຂົ້າຮ່ວມຈຳນວນ 24 ສະຫາຍ, ຍິງ 06 ສະຫາຍ.
ພາລະບົດບາດ
ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຂຽນເປັນຕົວອັກສອນຫຍໍ້ວ່າ “ສພສຂ” ເປັນກົງຈັກການຈັດຕັ້ງ ໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາ ຂອງພະແນກແຮງງານ ແລະສະຫວັດດີການສັງຄົມ ກັບອົງການປົກຄອງແຂວງ, ສາຍວິຊາສະເພາະຂຶ້ນກັບກະຊວງແຮງງານ ແລະສະຫວັດດີການສັງຄົມ; ເປັນສູນຝຶກ ແລະພັດທະນາສີມືແຮງງານ ໃນລະບົບຊັ້ນກາງ (ແຕ່ລະດັບ1-ລະດັບ 4). ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ມີພາລະບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ ແລະກະຊວງແຮງງານ ແລະສະຫັວດດີການສັງຄົມ ໃນການຝຶກ ແລະພັດທະນາສີມືແຮງງານປະຈຳທີ່ ແລະ ເຄື່ອນທີ່ ດ້ວຍການຝືກ(ສ້າງສີມື), ການຍົກລະດັບສີມື, ການທົດສອບ, ການແຂ່ງຂັນສີມືແຮງງານ ແລະການອອກໃບຢັ້ງ ຢືນ-ໃບປະກາສະນີຍະບັດສີມືແຮງງານຕາມສາຂາອາຊີບຕ່າງໆແຕ່ລະລະດັບ, ເພື່ອຮັບປະກັນໃຫ້ຜູ່ອອກແຮງງານມີ ຄວາມຮູ້, ຄວາມສາມາດ,...
ລວມຂ່າວທັງໝົດ
More