ຕອນເຊົ້າເວລາ 8:30 ຂອງວັນທີ 26 ກັນຍາ 2019 ສູນພັດທະນາສີມືແຮງງານໄດ້ເປີດກອງປະຊຸມສະພາວິຊາການຂອງຕົນຂື້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ສົມພອນ ນາວຮືວ່າງ ເລຂາໜ່ວຍພັກ, ອຳນວຍການສູນພັດທະນາສີມືແຮງງານແຂວງອຸດົມໄຊ, ມີບັນດາສະຫາຍຄະນະອຳນວຍການ, ພະນັກງານຄູອາຈານທົ່ວສູນ ເຂົ້າຮ່ວມຈຳນວນ 24 ສະຫາຍ, ຍິງ 06 ສະຫາຍ.

ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຝຶກ ແລະພັດທະນາສີມືແຮງງານ ໃນໄລຍະສົກປີ 2018-2019 ຜ່ານມາ ແລະວາງແຜນການທີ່ຈະສືບຕໍ່ໃນໄລຍະປີຕໍ່ໜ້າ ເຊິ່ງກອງປະຊຸມໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້ ລາຍລະອຽດດັ່ງລຸ່ມນີ້:
- ລະບົບການຝຶກ
ສູນພັດທະນາສີມືແຮງງານແຂວງອຸດົມໄຊ ມີລະບົບການຝຶກ ແລະພັດທະນາສີມືແຮງງານ 3 ລະບົບຄື: ຝຶກປະຈຳທີ່, ຝຶກເຄື່ອນທີ່ ແລະທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານລະດັບຊາດ.

1). ຝຶກປະຈຳທີ
ໂດຍແນໃສ່ປະຕິບັດຕາມແຜນການຝຶກປະຈຳສົກປີ 2018-2019 ໃຫ້ປະກົດຜົນເປັນຈິ່ງ ສູນຂອງພວກເຮົາ ໄດ້ນຳພາດຳເນີນການຝຶກປະຈຳທີ່ຢູ່ໃນສູນພັດທະນາສີມືແຮງງານ ລວມມີ 5 ຂາອາຊີບຄື:
- ສາຂາອາຊີບ: ຊ່າງປຸງແຕ່ງອາຫານ ແລະການໂຮງແຮມ ມີ 4ລະດັບຄື: ລະດັບ 1 ຫາ 4;
- ສາຂາອາຊີບ: ຊ່າງໄຟຟ້າມີ 4 ລະດັບຄື: ລະດັບ 1 ຫາ 4;
- ສາຂາອາຊີບ: ຊ່າງສ້ອມແປງ ແລະນຳໃຊ້ຄອມພິວເຕີ ມີ 2 ລະດັບຄື: ລະດັບ 1 ຫາ 2;
- ສາຂາອາຊີບ: ຊ່າງສ້ອມແປງ ແລະບຳລຸງຮັກສາລົດຈັກ ມີ 1 ລະດັຄື: ລະດັບ 1;
- ສາຂາອາຊີບ: ຊ່າງຕັດຫຍິບເຄື່ອງນຸ່ງ ມີ 1ລະດັບຄື: ລະດັບ1.
ມີຜູ່ເຂົ້າຝຶກທັງໝົດ ແຕ່ລະດັບ 1 ຫາ ລະດັບ 4 ຈຳນວນ 910 ຄົນ, ຍິງ 459 ຄົນ, ຈົບ ແລະຮັບໃບຢັ້ງຢືນສີມືແຮງງານ, ໃບປະກາສະນິຍະບັດແລ້ວຈຳນວນ 607 ຄົນ, ຍິງ 306 ຄົນ, ໃນນັ້ນຍັງບໍ່ໄດ້ຮັບໃບຢັ້ງຢືນ ແລະຍັງສືບຕໍ່ຝຶກ 293 ຄົນ, ຍິງ 153 ຄົນ (ລາຍລະອຽດມີເອກະສານຕິດຄັດ); ຜູ່ທີ່ເຂົ້າຝຶກມີລະດັບວັດທະນາທຳຈົບປະຖົມ 14% ຄົນ, ມໍຕົ້ນ 21% ຄົນ, ມໍປາຍ 61% ຄົນ, ເປັນພະນັກງານ 4% ຄົນ, ເຂົ້າອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ 50 ຄົນ; ແມ່ຍິງ 50 ຄົນ, ກຳມະບານ 12 ຄົນ ແລະພັກ 2 ຄົນ.

ສາຂາທີ່ມີຜູ່ເຂົ້າຝຶກຫຼາຍກວ່າໝູ່ແມ່ນ ສາຊາອາຊີບ: ຊ່າງຕັດຫຍິບເຄື່ອງນຸ່ງ; ສາຂາຊີບທີ່ມີຜູ່ເຂົ້າຝຶກໜ້ອຍກ່ວາໝູ່ແມ່ນ ສາຂາອາຊີບ: ຊ່າງກໍ່ສ້າງເຄຫາສະຖານ ແລະສາຂາອາຊີບທີ່ບໍ່ມີຜູ່ເຂົ້າຝຶກເລີຍແມ່ນສາຂາອາຊີບ: ປູກຝັງລ້ຽງສັດ; (ຜູ້ຜ່ານການຝຶກ ດີເດັ່ນກວມ 48.2%, ດີ 33.3%, ກາງ 18.5% ແລະອອ່ນ 0%).
ລະບົບການຝຶກປະຈຳທີ່ແມ່ນພາກທິດສະດີ 30-20% ແລະພາກປະຕິບັດແມ່ນ 70-80% ໄລຍະເວລາການຝຶກແຕ່ລະສາຂາອາຊີບລະດັບ 1 ຕໍ່ 6ເດືອນ, ໃນນັ້ນ: ມີການຝຶກງານນອກສະຖານທີ່ຢູ່ບັນດາຫົວໜ່ວຍທຸລະກິດ ໄລຍະ 2 ເດືອນສຳລັບລະດັບ 1 ຫາ 3 ແລະ ລະດັບ 4 ແມ່ນຝຶກງານ 4 ເດືອນ.
https://www.sdc-odx.edu.la/2). ການຝຶກເຄື່ອນທີ່.
ນອກຈາກຝຶກປະຈຳທີ່ແລ້ວ ພວກເຮົາລົງຝຶກເຄື່ອນທີ່ ບາງເມືອງ ແລະບາງບ້ານທີ່ຈຳເປັນເຊັນ: ໄດ້ນຳພາດຳເນີນການຝຶກຢູ່ 1 ເມືອງຄື: ບ້ານດອນແອ່ນ ໃນສາຂາອາຊີບປຸງແຕ່ງອາຫານ ແລະການໂຮງແຮມ ມີຜູ້ເຂົ້າຝຶກ ແລະ ຜ່ານການຝຶກທັງໝົດ 80 ຄົນ, ຍິງ 79 ຄົນ; ກຸ່ມເປົ້າໝາຍຜູ້ເຂົ້າຝຶກສ່ວນໃຫ່ຍແມ່ນຊາວບ້ານ, ຊາວໜຸ່ມ, ຜູ້ດ້ອຍໂອກາດ ແລະຜູ້ທຸກຍາກທີ່ໄດ້ຮັບການຄັດເລືອກຈາກອຳນາດການປົກຄອງບ້ານ, ຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ.
ລະບົບຫຼັກສູດການຝຶກແບບເຄື່ອນທີ່ແມ່ນໃຊ້ເວລາ 5 ວັນຕໍ່ສາຂາອາຊີບ, ລວມມີ 40 ຊົ່ວໂມງຕໍ່ຊຸດ, ພາກທິດສະດີ 20% ແລະ ພາກປະຕິບັດ 80%.
ນອກຈາກຝຶກປະຈຳທີ່ ແລະເຄື່ອນທີ່ແລ້ວ ສູນພວກເຮົາຍັງໄດ້ຈັດຕັ້ງນຳພາດຳເນີນການທົດສອບມາດຖານສີມືແຮງງານ ຈຳນວນ 1 ສາຂາ ຄຶ: ຊ່າງກໍ່ – ໂບກ ມີຜູ້ເຂົ້າທົດສອບ 40 ຄົນ, ຍິງ 0 ແລະ ຜ່ານການທົດສອບທັງໝົດ 34 ຄົນ, ຍິງ 0 ຄົນ; ກຸ່ມເປົ້າໝາຍຜູ້ເຂົ້າຝຶກສ່ວນໃຫ່ຍແມ່ນຊາວບ້ານ ຜູ້ທີມີສີມືສຳນານແລ້ວ ແຕ່ຍັງບໍ່ມີໃບຢັ້ງຢືນ ແລະຜູ້ເຮັດວຽກໂດຍຕົ້ນເອງ ແລະສາມາດຍົກລະດັບຄວາມຮູ້ຂອງຕົ້ນຂຶ້ນ ຜູ້ທີ່ຈະມາທົດສອບນັ້ນ ຕ້ອງຜ່ານການຄັດເລືອກຈາກອຳນາດການປົກຄອງບ້ານ, ຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ.
ການທົດສອບສີມືແຮງງານແມ່ນໃຊ້ເວລາ 5 ວັນ, ໃນນັ້ນແບ່ງອອກເປັນ 2 ພາກ; ພາກທິດສະດີ ແລະ ພາກປະຕິບັດ ໂດຍອີງໃສ່ມາດຕະຖານທົດສອບສີມືແຮງງານແຫ່ງຊາດ ຂອງກະຊວງແຮງງານ ແລະສະຫວັດດີການສັງຄົມ.
- ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບາງບົດຮຽນທີ່ຖອດຖອນໄດ້.
1). ດ້ານດີ ແລະສາເຫດທີ່ພາໃຫ້ດີ
ການຝຶກໄດ້ດຳເນີນ ແລະສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ຍ້ອນຄະນະພັກ, ຄະນະອຳນວຍການສູນມີການຕິດຕາມ, ກວດກາ ແລະຍຸກຍູ້ເປັນປະຈຳຕໍ່ເນື່ອງ, ພະນັກງາານ-ຄູຝຶກສ່ວນຫຼາຍເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີງົບປະມານ ແລະ ນິຕິກຳຈຳນວນໜຶ່ງເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
1). ດ້ານອ່ອນ ແລະສາເຫດ
– ເຖິງແມ່ນວ່າການດຳເນີນວິຊີດການເມືອງ, ສຳຫຼວດກວດກາຕຳນິຕິສົ່ງຂ່າວເຊິ່ງກັນ ແລະ ກັນຈະດຳເນີນໄປຢ່າງປົກກະຕິ, ຄະນະນຳສູນ ແລະ ຂັ້ນເທິງຈະໃຫ້ການສຶກສາອົບຮົມ ແລະ ໃກ້ຊິດຕິດແທດຢ່າງເນື່ອງນິດລຽນຕິດກໍ່ຕາມແຕ່ສະພາບແນວຄິດພະນັກງານຄູຝຶກບາງບຸກຄົນຍັງບໍ່ທັນອຸ່ນອ່ຽງທຸ່ນທ່ຽງດີເທົ່າທີ່ຄວນ, ບໍ່ທັນເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບ, ປະຕິບັດໜ້າທີ່ວຽກງານສະແດງອອກຄື: ມາຊ້າ-ເລີກໄວ, ຂາດບໍ່ມີການລາ, ມາສວຍບໍ່ມີການຄອບ, ສົ່ງຄະແນນຊັກຊ້າເຂົ້າຮ່ວມຂະບວນການລວມຍັງບໍ່ປົກກະຕິ, ຍ້ອນບາງສາເຫດດັ່ງນິ້:
1). ຄູໜ້ອຍ, ຜູ່ໜື່ງສອນຫຼາຍວິຊາ;
2). ການຕຳນິສົງຂ່າວເຊິ່ງກັນ ແລະ ກັນຍັງບໍ່ແຂງແຮງ;
3). ການຝຶກສ່ວນໃຫ່ຍໄດ້ແຕ່ປະລິມານ, ຄຸນນະພາບບໍ່ທັນສູງ, ສາຂາທີຝຶກຍັງບໍ່ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ, ຍ້ອນຫຼັກສູດການຝຶກບໍ່ທັນມີການປັບປຸງ, ງົບປະມານການຝຶກມີຈຳກັດບໍ່ສາມາດເຊີນອາຈານທີຊຳນານງານມາຝຶກຊ່ວຍ, ພາຫະນະຮັບໃຊ້, ສະຖານທີ່ສິ່ງອຳນວຍຄວາມສະດວກຍັງບໍ່ພຽງພໍ່.
3). ບົດຮຽນທີ່ຖອດຖອນໄດ້
– ການສະໜອງຄູສອນພຽງພໍ ແລະສົມຄູກັບຈຳນວນນັກຮຽນ, ການອຳນວຍຄວາມສະດວກດ້ານພະຫະນະ, ງົບປະມານ ແລະອຸປະກອນເຄື່ອງມືທີ່ທັນສະໄໝຮັບໃຊ້ການຝຶກຢ່າງເໝາະສົມ ຈະທັນເວລາແລະເຮັດໃຫ້ການຝຶກມີຄຸນນະພາບດີຂຶ້ນ ແລະມີປະສິຜົນ.
– ການນຳໃຊ້ຄູໜ້ອຍຕໍ່ນັກຮຽນຫຼາຍ, ການປະຕິບັດນະໂຍບາຍຕໍ່ຄູ່ທີ່ບໍ່ເໝາະສົມ, ການຂາດງົບປະມານທີ່ບໍ່ພຽງພໍຈະເຮັດໃຫ້ການຝຶກບໍ່ໄດ້ຄຸນນະພາບ ແລະ ບໍ່ມີປະສິດທິຜົນສູງ.
III. ແຜນການເຄື່ອນໄຫວໃນຕໍ່ໜ້າ
ໃນ 1 ປີຕໍ່ໜ້ານີ້ສູນຈະສືບຕໍ່ຝຶກ ແລະພັດທະນາສີມືແຮງງານໃຫ້ໄດ້ຈຳນວນຫຼາຍຂຶ້ນ ຫຼືເກີນປີຜ່ານມາ 10%;
ມາຮອດເວລາ 12:00 ໃນວັນດຽວກັນ ປະທານໃຫ້ການໂອລົມ ຕໍ່ກອງປະຊຸມ ແລະໄດ້ອັດລົງຢ່າງເປັນທາງການ.
ຂຽນໂດຍ: ວິໄລພັບ ຂັນຍາວົງ