ໃນ​ເວລາ 14 ໂມງ 00 ນາທີ ຂອງວັນ​ທີ 27 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມສູນພັດທະນາສີມືແຮງງານ ແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມ ປຶກສາຫາລື ຄະນະຮັບຜິດຊອບຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການສົມທົບ ໃນການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນໍາລວມ, ມີບັນດາທານຄະນະຊີ້ນໍາ ແລະ ກອງເລຂາ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ເຂົ້າຮ່ວມທັງໝົດ 12 ທ່ານ, ຍິງ 01 ທ່ານ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ ແລະຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ສະບັບເລກທີ 669/ອຊ,  ລົງວັນທີ 16 ມິຖຸນາ 2023 ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ, ເຄື່ອນໄຫວຂອງການກະກຽມດໍາເນີນໂຄງການໃນໄລຍະທີ່ຜ່ານມາ. ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື ແລະ ພ້ອມກັນປະກອບຄໍາຄິດເຫັນຕາມຫຼັກວິຊາການໃນຂອບເຂດຄວາມຮັບຜິດຊອບຂະແໜງ ກ່ຽວກັບຂະບວນການ, ຂັ້ນຕອນຂອງການຈັດຕັ້ງປະຕິບັດໂຄງການ ຢ່າງພາວະວິໄສ ແລະ ກົງໄປກົງມາ. ກອງປະຊຸມໄດ້ມີຄວາມເປັນເອກະພາບໃນການຈັດຕັ້ງເຄື່ອນໄຫວດໍາເນີນໂຄງການໄປຕາມແຜນທີ່ກຳນົດໄວ້ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ຄະນະຮັບຜິດຊອບຄຸ້ມຄອງໂຄງການຢ່າງຈະແຈ້ງສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດຕາມຫຼັກວິຊາການຂອງບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ກອງປະຊຸມໄດ້ມອບໃຫ້ພະແນກ ຮສສ ແຂວງ ແລະ ສູນພັດທະນາສີມືແຮງງານ ເປັນເຈົ້າການໃນການປະສານງານກັບແຕ່ລະພາກສ່ວນໃນການຈັດຕັ້ງເຄື່ອນໄຫວໂຄງການດັ່ງກ່າວໃຫ້ສຳເລັດຕາມກໍານົດເວລາ.

ມາຮອດເວລາ 16 ໂມງ 30 ນາທີ ຂອງວັນດຽວກັນ ກອງປະຊຸມຈິ່ງໄດ້ປິດລົງຢ່າງເປັນທາງການ.

ຂຽນໂດຍ: ນູນ ລໍປັນຍາ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here