ໂດຍປະຕິບັດຕາມໂຄງການຝຶກ ແລະພັດທະນາສີມືແຮງງານລາວ ປີ 2019, ເພື່ອແຮງງານລາວມີຄຸນນະພາບ ຕາມາດຕະຖານສີມືແຮງງານແຫ່ງຊາດ ແລະສ້າງມາດຕະຖານສີມືແຮງງານເພື່ອເຊື່ອມໂຍງນຳພາກພື້ນ ແລະສາກົນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຈິ່ງໄດ້ອະນາມັດເງິນຈຳນວນໜຶ່ງ ເພື່ອລົງຝຶກເຄື່ອທີ່ນຳບັນດາບ້ານຕາມເມືອງຕ່າງໆ ທີ່ຕ້ອງການຝຶກ ແລະພັດທະນາສີມືແຮງງານ.
ພາຍຫຼັງຮັບການຊ່ວຍເຫຼືອ ອຸປະກອນ, ເຄື່ອງມື ແລະງົບປະມານ ການທ່ອງທ່ຽວ ສູນພັດທະນາສີມືແຮງງານ ເວົ້າລວມ ເວົ້າສະເພາະ ຄະນະຮັບຜິດຊອບ ກໍ່ໄດ້ດຳເນີນການຝຶກໃນຫົວຂໍ້: ການປຸງແຕ່ງອາຫານ ແລະການບໍລິການອາຫານ ແລະເຄື່ອງດື່ມ ຂຶ້ນຢ່າງເປັນທາງການ ຢູ່ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ເຊິ່ງເລີ່ມແຕ່ວັນທີ 15 ມີຖຸນາ ເປັນຕົ້ນມາ.
ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ ໃນພິທີເປີດ ໂດຍມີ ທ່ານ ນ. ໄຊສະຫວັນ ນັນທະໄຊ, ເລຂາ ຄະນະພັກຮາກຖານ, ວ່າການຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ແລະທ່ານ ສົມພອນ ນາວຮືວ່າງ, ເລຂາໜ່ວຍພັກ, ອຳນວຍການສູນ ມີແຂກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງ, ວິທະຍາກອນ ແລະນັກສຳມະນາກອນ ເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 48 ທ່ານ.
ຈຸດປະສົງ 1). ເພື່ອຍົກລະດັບສີມືແຮງງານ ໃນການປຸງແຕ່ງອາຫານ, ການບໍລິການອາຫານ ແລະເຄື່ອງດື່ມ ໃຫ້ຜູ້ປະກອບການ ໃນບັນດາຮ້ານອາຫານ, ເຮືອນພັກ ແລະໂຮງແຮມ ພາຍໃນແຂວງອຸດົມໄຊ, ໃຫ້ມີສີມືແຮງງານດີຂຶ້ນ, ມີລະບຽບວິໄນ, ມີນິດໄສໃນການເຮັດວຽກແບບອຸດສາຫະກຳຫຼາຍຂຶ້ນເທື່ອລະກ້າວ; 2). ສ້າງໂອກາດໃນການພັດທະນາ ຍົກລະດັບວິຊາຊີບ ໃຫ້ຜູ້ປະກອບການ ໃຫ້ນັບມື້ນັບສູງຂື້ນ, ສາມາດປ່ຽນວຽກ ຫຼືສາມາດປະກອບວຽກເຮັດງານທຳ ໃນສິ່ງທີ່ຕົນເອງຊໍານານງານ, ສ້າງລາຍຮັບແກ່ຕົນເອງ, ຄອບຄົວ ແລະຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.
ການດຳເນີນການຝຶກຄັ້ງນີ້ ປະກອບມີ:1).ຄະນະຮັບຜິດຊີ້ນຳ ແລະນຳພາດຳເນີນການຝຶກປະກອບມີ 8ທ່ານ, ຍິງ 4ທ່ານ; 2). ນັກວິທະກອນ ມີຈໍານວນ 4 ທ່ານ, ຫົວຂໍ້ລະ 2 ທ່ານ; 3). ນັກສຳມະນາກອນ ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 44 ທ່ານ.
ການຝຶກແມ່ນໄດ້ນຳໃຊ້ຫຼັກສູດຂອງອາຊຽນ (ຫຼັກສູດດັ່ງກ່າວແມ່ນໄດ້ຜ່ານການຮັບຮອງ ຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະໂຄງການລາວ/029, ລະບົບຫຼັກສູດແມ່ນພາກທິດສະດີ 20% ແລະພາກປະຕິບັດ 80%, ວິທະຍາກອນທີ່ສອນ ໄດ້ຜ່ານການຝຶກໃນຫົວຂໍ້ດັ່ງກ່າວມາແລ້ວຫຼາຍຄັ້ງ.
ການຝຶກໄດ້ດໍາເນີນເປັນເວລາ 5 ວັນເຕັມ ແລະສໍາເລັດລົງຕາມລະດັບຄາດໝາຍ ເຊິ່ງມີຜູ້ເຂົ້າຝຶກ ແລະຜ່ານການຝຶກທັງໝົດ 50 ທ່ານ, ຍິງ 44 ທ່ານ ໃນນັ້ນ; ສາຂາອາຊີບ: ປຸງແຕ່ງອາຫານ ມີຈໍານວນ 25 ທ່ານ, ຍິງ 24ທ່ານ ແລະສາຂາອາຊີບ: ການບໍລິການອາຫານ ແລະເຄື່ອງດື່ມ ມີຈໍານວນ 25 ທ່ານ, ຍິງ 20ທ່ານ.
ຜົນສຳເລັດຄັ້ງນີ້ ກໍ່ເນື່ອງມີຄະນະຮັບຜິດຊອບຂັ້ນແຂວງ, ສູນພັດທະນາສີມືແຮງງານ ແລະໂຄງການລາວ/029, ລົງຕິດຕາມ ຊຸກຍູ້ ແລະໃກ້ຊິດຕິດແທດ ຊີ້ນຳນຳພາແຕ່ຕົ້ນຕະຫຼອດຮອດປາຍ, ນັກວິທະຍາກອນໄດ້ຮັບການຝຶກອົບຮົມ ເປັນຢ່າງດີ ໃນຫົວຂໍ້ດັ່ງກ່າວ ເຮັດໃຫ້ການສົ່ງຄວາມຮູ້ຄ່ອງຕົວ ແລະດີພໍສົມຄວນ, ນັກສໍາມະນາກອນ ມີຄວາມກະຕືລືລົ້ນ ໃນການຝຶກອົບຮົມດີ ເຮັດໃຫ້ຫຼາຍທ່ານໄດ້ຄະແນນດີເດັ່ນ ເຊິ່ງສະແດງອອກດັ່ງນີ:
– ມີຜູ້ຜ່ານການຝຶກ ປະເມີນໄດ້ຄະແນນ ດີເດັ່ນ ກວມ 70% ເທົ່າກັບ 35ຄົນ;
– ມີຜູ້ຜ່ານການຝຶກ ປະເມີນໄດ້ຄະແນນ ດີ ກວມ 22% ເທົ່າກັບ 11ຄົນ
– ມີຜູ້ຜ່ານການຝຶກ ປະເມີນໄດ້ຄະແນນ ກາງ ກວມ 8% ເທົ່າກັບ 4ຄົນ;
– ມີຜູ້ຜ່ານການຝຶກ ປະເມີນໄດ້ຄະແນນ ອ່ອນ ບໍ່ມີ
ຂຽນໂດຍ: ວິໄລພັບ ຂັນຍາວົງ