ການທົດສອບສີມືແຮງງານເປັນກິດຈະກຳໜຶ່ງໃນການສົ່ງເສີມການພັດທະນາສີມືແຮງງານ ແລະ ການພັດທະນາກຳລັງແຮງງານລາວ ໃຫ້ໄດ້ຕາມມາດຕະຖານສີມືແຮງງານແຫ່ງຊາດ, ແລະ ເປັນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແນວທາງຂອງພັກ-ລັດຖະບານ ເພື່ອເຮັດໃຫ້ກຳລັງແຮງງານລາວມີຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະດ້ານແຮງງານອຸດສາຫະກຳ, ແລະ ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ແລະ ປະເທດຊາດ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄຫມ, ທັງເປັນການຜັນຂະຫຍາຍເນື້ອໃນຈິດໃຈສີ່ບຸກທະລຸ ໂດຍສະເພາະແມ່ນການ ພັດທະນາຊັບພະຍາກອນມະນຸດ, ແລະ ຈະເປັນພື້ນຖານອັນດີໃຫ້ແກ່ ການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້, ມີສະຫວັດດີການແຮງງານ ທີ່ສົມເຫດສົມຜົນ ແລະ ມີຫຼັກຄ້ຳປະກັນໃນຊີວິດ.
ມາໃນ ສູນພັດທະນາສີມືແຮງງານ ແຂວງອຸດົມໄຊໄດ້ສົມທົບນຳກົມ ພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງ ແຮງງານ ແລະສະຫວັດດີການສັງຄົມ ໄດ້ຈັດພິທົດສອບສີມືແຮງງານ ສາຂາຊ່າງປຸງແຕ່ງອາຫານ ລະດັບ 3 (ຜູ້ຊຳນານງານ) ຂື້ນທີ່ສູນພັດທະນາສີມືແຮງງານ ລະຫວ່າງ 7-9/7/2020 ໂດຍເປັນປະທານ ຂອງ ສະຫາຍ ນ. ໄຊສະຫວັນ ນັນທະໄຊ, ເລຂາຄະນະພັກຮາກຖານ ຮັກສາການຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ມີ ຂອງ ທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ມີທ່ານ ສົມພອນ ນາວຮືວ່າງ ຮອງເລຂາຄະນະພັັກຮາກຖານ ອຳນວຍການສູນພັດທະນາສີມືແຮງງານ ແລະມີບັນດາ ແຂກເຊີນ, ຄະນະກຳມະການ ແລະນັກທົດສອບເຂົ້າຮ່ວມທັງໝົດ 53 ຄົນ, ຍິງ 36 ຄົນ.
![](https://www.sdc-odx.edu.la/wp-content/uploads/2020/07/IMG_1255-1024x683.jpg)
ຈຸດປະສົ່ງ ປະເມີນ ແລະ ຮັບຮູ້ສີມືແຮງງານ ຂອງ ກໍາລັງແຮງງານລາວ ຢູ່ຂະແໜງບໍລິການ ໂດຍສະເພາະ ແມ່ນປະເມີນ ສາຂາຊ່າງປຸງແຕ່ງອາຫານ ລະດັບ3 (ຜູ້ຊຳນານງານ).
![](https://www.sdc-odx.edu.la/wp-content/uploads/2020/07/IMG_1346-1024x683.jpg)
ເປີດໂອກາດໃຫ້ກຳລັງແຮງງານລາວໄດ້ເຂົ້າທົດສອບຄວາມສາມາດຂອງຕົນ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ; ແລະ ຊ່ວຍໃຫ້ແຮງງານລາວ ໄດ້ຮັບຮູ້ ແລະ ເປີດກວ້າງ ດ້ານການແຂ່ງຂັນ ແລະ ພັດທະນາສີມືຂອງຕົນ ເຂົ້າກັບລະບຽບ ແລະ ຕາມມາດຕະຖານສີມືແຮງງານແຫ່ງຊາດ.
- ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ 4ທ່ານ;
- ພະແນກຖະແຫຼງຂ່າວວັດທະນາທຳ ແລະທ່ອງທ່ຽວ 1 ທ່ານ;
- ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ 1ທ່ານ;
- ຕ່າງໜ້າຈາກຜູ້ປະກອບການຮ້ານອາຫານ 1ທ່ານ.
![](https://www.sdc-odx.edu.la/wp-content/uploads/2020/07/IMG_1317-1-1024x683.jpg)
ຜູ້ເຂົ້າທົດສອບທັງໝົດ 35 ຄົນ ມາຈາກພາກສ່ວນຕ່າງໆດັ່ງລຸ່ມນີ້:
- ຮ້ານອາຫານສາຄອນ 2 ທ່ານ;
- ຮ້ານອາຫານຈານດຽວ 2 ທ່ານ;
- ຮ້ານອາຫານລາບນາງແກ້ວ 1 ທ່ານ;
- ຮ້ານອາຫານຫຼັກ2ຈຳນວນ 2 ທ່ານ;
- ຮ້ານອາຫານທິວທັດ 1 ທ່ານ;
- ຮ້ານປີ້ງເປັດ29ຈຳນວນ 1 ທ່ານ;
- ຮ້ານອາຫານມັງກອນທອງ 2 ທ່ານ;
- ຮ້ານອາຫານເຮືອນຄຳ 2 ທ່ານ;
- ຮ້ານອາຫານທັນວາ 1 ທ່ານ;
- ຮ້ານອາຫານລະບຽງສວນ 2 ທ່ານ;
- ຮ້ານອາຫານຮາແລມ 2 ທ່ານ;
- ຮ້ານອາຫານສຸພາສອນ 2 ທ່ານ;
- ຮ້ານຂາຍຂອງກິນສຸກ 15 ທ່ານ.
![](https://www.sdc-odx.edu.la/wp-content/uploads/2020/07/IMG_1550-1024x683.jpg)
ຫົວບົດທົດສອບປະກອບມີ 2 ພາກ ຄື: ພາກຂຽນ ປະກອບມີ 40 ຄຳຖາມ ໂດຍໃຊ້ຄຳຖາມແບບປາລະໃນ ມີ 4 ຄຳຕອບໃຫ້ເລືອກເອົາຄຳຕອບທີຖືກຕ້ອງ ລວມມີ 40 ຄະແນນຄິດ ເປັນ 100%. ມາດຕະຖານສີມືແຮງງານລະດັບ 3 (ວິຊາຊີບຊໍານານງານ) ປະກອບມີພາກຄວາມຮູ້ພື້ນຖານກອມເອົາ20%,ພາກຄວາມຮູ້ຫຼັກ70% ແລະພາກຄວາມຮູ້ທົ່ວໄປກວມເອົາ10% ໃຊ້ເວລາໃນການທົດສອບ 1 ຊົ່ວໂມງ ເຊິ່ງຜູ້ທົດສອບທີສາມາດຜ່ານພາກທິດສະດີຕ້ອງໄດ້ຄະແນນ 60% ຂື້ນໄປ ຖືວ່າຜ່ານ ແລະ ພາກປະຕິບັດ ໃຫ້ຄະແນນ ເຊິ່ງ ລວມມີ 30 ຈຸດ, ຄະແນນ ຄິດເປັນ 100%. ຂອງມາດຕະຖານສີມືແຮງງານ ລະດັບ 3, ມີຄະແນນເທົ່າກັບ 100ຄະແນນ ເຊິ່ງຮູບແບບຂອງໂຈດແມ່ນຜູ້ເຂົ້າທົດສອບຕ້ອງດຳເນີນການປຸງແຕ່ງລາບຊີ້ນຄວາຍຕາມເງື່ອນໄຂທີ່ວາງໃຫ້ ໂດຍໃຊ້ເວລາ 3 ຊົ່ວໂມງເຕັມ; ຜູ້ທີຜ່ານການທົດສອບພາກປະຕິບັດຕ້ອງໄດ້ຄະແນນ 70% ຂຶ້ນໄປ ຖືກວ່າຜ່ານການທົດສອບພາກປະຕິບັດ.
![](https://www.sdc-odx.edu.la/wp-content/uploads/2020/07/IMG_1421-2-1024x683.jpg)
ການຈັດທົດສອບໄດ້ດຳເນີນເປັນເວລາ 3 ວັນ(7-9/7/2020) ເຊິ່ງບັນດາຜູ້ເຂົ້າທົດສອບຈໍານວນ 35 ທ່ານໄດ້ຄົ້ນຄວ້າ, ສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບລະບົບ ການທົດສອບມາດຕະຖານສີມືແຮງງານ ດ້ວຍບັນຍາກາດທີຟົດຟື້ນ, ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ. ຮູບແບບການທົດສອບເບື້ອງຕົ້ນໄດ້ມີການຝຶກອົບຮົມແນະນຳໃຫ້ຜູ້ເຂົ້າທົດສອບມີທັງການບັນລະຍາຍ, ການສາທິດ ໄດ້ແບ່ງອອກເປັນ2ກຸ່ມ, ກຸ່ມລະ 18ຄົນ ເຊິ່ງເຂົາເຈົ້າສາມາດເຂົ້າໃຈ ວິທີການທົດສອບສີມືແຮງງານໂດຍສະເພາະແມ່ນລະບຽບ, ໂຄງສ້າງ, ຫົວບົດທົດສອບທິດສະດີ ແລະປະຕິບັດ, ການນຳໃຊ້ເຄື່ອງມື ແລະ ອຸປະກອນ ທົດສອບ ແຕ່ດ້ວຍຄວາມຕັ້ງອົກຕັ້ງໃຈ ແລະ ມີຄວາມຮັບຜິດຊອບສູງຂອງຜູ້ເຂົ້າ ທົດສອບ ເຊິ່ງສາມາດຕີລາຄາຄວາມຮູ້ ແລະ ຄວາມເຂົ້າໃຈຂອງຜູ້ທົດສອບ ມີດັ່ງນີ້:
![](https://www.sdc-odx.edu.la/wp-content/uploads/2020/07/IMG_1560-1024x683.jpg)
ຜົນການຈັດຕັ້ງປະຕິບັດ ພາກທິດສະດີ
- ຜ່ານໃນລະດັບດີຫຼາຍ ຄະແນນສະເລ່ຍ ລະຫວ່າງ 90%-100% ມີຈຳນວນ …..8…. ຄົນ;
- ຜ່ານໃນລະດັບດີ ຄະແນນລະຫວ່າງ 80%-89% ມີຈຳນວນ …11……ຄົນ;
- ຜ່ານໃນລະດັບປານກາງ ຄະແນນລະຫວ່າງ 60%-79%.ມີຈຳນວນ …….14…..ຄົນ;
- ບໍ່ຜ່ານ ເຊິ່ງມີຄະແນນຕໍ່າກວ່າ 60%. ………..2…..ຄົນ. ເຊິ່ງມີຄະແນນຕໍ່າກວ່າ 60%. ກຳມະການເປັນເອກະພາບກັນ ແລະ ຕັດສິນວ່າຜູ້ເຂົ້າທົດສອບໝົດສິດ ຍ້ອນ ຂາດຄວາມຮູ້ທາງທິດສະດີ ມີຄະແນນຕໍ່າກວ່າ60%.
ຜົນການຈັດຕັ້ງປະຕິບັດ ພາກປະຕິບັດ
- ຜ່ານໃນລະດັບດີຫຼາຍ ຄະແນນສະເລ່ຍ ລະຫວ່າງ 90%-100%.ມີຈຳນວນ …..19….. ຄົນ;
- ຜ່ານໃນລະດັບດີ ຄະແນນລະຫວ່າງ 80%-89% ມີຈຳນວນ …..12…..ຄົນ;
- ຜ່ານໃນລະດັບປານກາງ ຄະແນນລະຫວ່າງ 70%-79%.ມີຈຳນວນ ……4……ຄົນ;
- ບໍ່ຜ່ານຄະແນນຕໍ່າກວ່າ 70% ບໍ່ມີ
![ທົດສອບສີມືແຮງງານ](https://www.sdc-odx.edu.la/wp-content/uploads/2020/07/IMG_1577-2-1024x683.jpg)
ຜູ້ເຂົ້າທົດສອບທັງໝົດ 35ຄົນ,ຍິງ 30 ຄົນ, ມີຜູ້ຜ່ານການທົດສອບມາດຕະຖານສີມືແຮງງານຊ່າງປຸງແຕ່ງອາຫານລະດັບ 3 ມີຈຳນວນ 33 ຄົນ, ເທົາກັບ ..94,2%, ຜູ້ທີບໍ່ຜ່ານມີຈຳນວນ…2..ຄົນເທົາກັບ…5,8%
ຂຽນໂດຍ: ວິໄລພັບ ຂັນຍາວົງ