ສາຂາ ຊ່າງຕິດກະໂຣ ລະດັບ 2, ຄັ້ງວັນທີ 9-12 ມີນາ 2021
ຈັດການການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ສາຂາ ກໍ່ສ້າງ ລະດັບ 02 ຢູ່ສູນພັດທະນາສີມືແຮງ ງານ ແຂວງອຸດົມໄຊ ໂດຍເປັນປະທານ ຂອງ ທ່ານ ສູລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ມີ ຄະນະອໍາການສູນ, ແຂກເຊີນຈາກພາກສ່ວນທີ່ ກ່ຽວຂອງທັງພາກລັດ ແລະເອກະຊົນ ເຂົ້າຮ່ວມທັງຫມົດ 35 ທ່ານ, ຍິງ 0 ທ່ານ.
ເພື່ອເຮັດໃຫ້ແຮງງານລາວມີສີມື , ຄວາມຮູ້, ຄວາມສາມາດ , ໄດ້ຮັບການທົດສອບ ແລະ ອອກໃບຢັ້ງຢືນ ລະດັບສີມືແຮງງານ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ແຮງງານມີວຽກເຮັດງານທໍາຢ່າງຫມັ້ນຄົງ , ມີລາຍໄດ້ທີ່ສົມເຫດສົມຜົນ , ສາມາຫຼຸດພົ້ນອອກຈາກຄວາມທຸກຍາກ, ມີຜູ້ເຂົ້າຮ່ວມທົດສອບທັງຫມົດ 35 ຄົນ ມາຈາກພາກສ່ວນດັ່ງລຸ່ມນີ້:
1. ນັກສຳມະນາກອນຈາກ ບ້ານ ດອນແກ້ວ 02 ທ່ານ
2. ນັກສຳມະນາກອນຈາກ ບ້ານ ດອນໄຊ 03 ທ່ານ
3. ນັກສຳມະນາກອນຈາກ ບ້ານ ໜອງແມງດາ 01 ທ່ານ
4. ນັກສຳມະນາກອນຈາກ ໂຮງຮຽນເຕັກນິກວິຊາຊີບແບບປະສົມ 21 ທ່ານ
5. ນັກສຳມະນາກອນຈາກ ບ້ານຖິ່ນ 02 ທ່ານ
6. ນັກສຳມະນາກອນຈາກ ບ້ານ ພູຂຽວ 01 ທ່ານ
7. ນັກສຳມະນາກອນຈາກ ບ້ານກັດ 01 ທ່ານ
8. ນັກສຳມະນາກອນຈາກ ເມືອງຫຼາ 01 ທ່ານ
9. ນັກສຳມະນາກອນຈາກ ບ້ານ ບໍ່ 02 ທ່ານ
ຜົນການທົດສອບ ມີຜູ້ຜ່ານການທົດສອບສີມືແຮງງານ ພາກທິດສະດີ ມີ 26 ຄົນ ເທົ່າກັບ 72 % ແລະຜ່ານການ ທົດສອບສີມືແຮງງານ ພາກປະຕິມີ 28 ຄົນ ເທົ່າກັບ 80 %.
