ໃນເວລລາ 8:00 ຂອງວັນທີ 12 ສິງຫາ 2020, ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈັດເປີດພິທີ ປ້ອງກັນບົດລາຍງານ ແລະເຄື່ອງສາທິດ ສາຂາອາຊີບຊ່າງໄຟຟ້າ ແລະ ສາຂາອາຊີບຊ່າງກໍ່ສ້າເຄຫາສະຖານ  ລະດັບ 04 ຂື້ນທີ່ຫ້ອງປະຊຸມຂອງສູນ ໂດຍເປັນປະທານ ຂອງທ່ານ ພູວົງ ອິນທະວົງ, ຮອງເລຂາໜ່ວຍພັກ, ຮອງອຳນວຍການສູນ, ມີຄະນະກຳມະການ ແລະ ນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 44 ຄົນ, ຍິງ, 0 ຄົນ.

   ຈຸດປະສົ່ງກໍເພື່ອວັດປະເມີນຄວາມຮູ້ຄວາມສາມາດ ໃນພາກປະຕິບັດຕົວຈິງ ຂອງນັກຮຽນທີ່ໄດ້ຜ່ານການຮຽນ ແຕ່ລະດັບ 1-4 ເພື່ອເປັນບ່ອນອີງໃນການຢັ້ງຢືນຈົບ ແລະເຂົ້າສູ່ການສັງກັດ ວຽກເຮັດງານທຳ ຢູ່ໃນບັນດາຫົວໜ່ວຍທຸລະກິດຕ່າງໆ..
          ການປ້ອງກັນບົດລາຍງານ ແລະເຄື່ອງສາທິດ ຂອງສາຂາໄຟຟ້າ ມີ ປະກອບມີ 05 ກຸ່ມ ແລະ ສາຂາອາຊີບຊ່າງກໍ່ສ້າເຄຫາສະຖານ  ປະກອບມີ 02 ກຸ່ມ, ກຸ່ມລະຫົວຂໍ້ ດັ່ງນີ້:

ສາຂາອາຊີບຊ່າງໄຟຟ້າເຕັກນິກ ປະກອບມີ ຫົວຂໍ້ລຸ່ມນີ: 

  • ການຕິດຕັ້ງເສົາໄຟເຍື່ອງທາງ ຄວບຄຸມດ້ວຍໂຊລາເຊວແລະເຄື່ອງມືຕິດຕັ້ງ  ຈຳນວນ 2 ກຸ່ມ
  • ການຕິດຕັ້ງເສົາໄຟເຍື່ອງທາງ ຄວບຄຸມດ້ວຍໂຊລາເຊວ ແລະວັງຈອນການທຳງານ
  • ການຕິດຕັ້ງເສົາໄຟເຍື່ອງທາງ ຄວບຄຸມດ້ວຍໂຊລາເຊວແລະແຮງດັນ, ກຳລັງ ແລະກະແສ
  • ການຕິດຕັ້ງເຄື່ອງປັບອາກາດແບບແຍກສ່ວນ ຄວບຄຸມດ້ວຍທຳເມີເວລາ

         • ສາຂາອາຊີບຊ່າງກໍ່ສ້າເຄຫາສະຖານ ປະກອບມີ ຫົວຂໍ້ລຸ່ມນີ: 

  • ການຕີຜັງ
  • ສ້າງແບບເສົາສຳເລັດຮູບ

ຜ່ານການປ້ອງກັນບົດລາຍງານ ແລະເຄື່ອງສາທິດ ສາມາດຕີລາຄ່າ ແລະປະເມີນຜົນປະເພດຂອງແຕ່ລະບຸກຄົນ ຂອງນັກຮຽນໃນທັງສອງສາຂາ ໄດ້ດັ່ງນີ້: 

ສາຂາອາຊີບຊ່າງໄຟຟ້າເຕັກນິກ 

– ປະເພດດີເລີດ ເຊິ່ງ ມີຄະແນນລະຫວ່າງ 90-100 ມີ 23 ຄົນ, ເທົ່າກັບ 82, 14 %. 

– ປະເພດດີຫຼາຍ ເຊິ່ງ ມີຄະແນນລະຫວ່າງ 81-90 ມີ 1 ຄົນ, ເທົ່າກັບ 3, 57 %. 

– ປະເພດດີ ເຊິ່ງ ມີຄະແນນລະຫວ່າງ 76-80 ມີ 3 ຄົນ, ເທົ່າກັບ 10,71 %. 

– ບໍ່ໄດ້ປ້ອງກັນ 1 ເທົ່າກັບ 3, 57 %.  ເນື່ອງຈາກບໍ່ໄດ້ລົງທະບຽນ

• ສາຂາອາຊີບຊ່າງກໍ່ສ້າງເຄຫາສະຖານ

– ປະເພດດີເລີດ ເຊິ່ງ ມີຄະແນນລະຫວ່າງ 91 – 100 ມີ 3 ຄົນ, ເທົ່າກັບ 100%; 

          ຫຼັງຈາກປ້ອງການບົດລາຍງານ ແລະເຄື່ອງສາທິດ ຂອງນັກຮຽນທັງສອງສາຂາດັ່ງກ່າວແລ້ວ ພວກກ່ຽວໄດ້ມອບເຄື່ອງສາທິດ ຈຳນວນດັ່ງກ່າວໃຫ້ແກ່ສູນ ລວມມູນຄ່າທັງຫມົດ: 10,628.000 ກີບ ແລະຜູ້ທີ່ຜ່ານການປ້ອງກັນຈະໄດ້ຮັບ ໃບປະກາສະນີຍະບັດ ສີມືແຮງງານ ລະດັບ 4 ຕາມລະບຽບການ.

ການປ້ອງກັນບົດລາຍງານ ແລະເຄື່ອງສາທິດນີ້ ໃຊ້ເວລາການປ້ອງກັນ ເປັນ 1 ວັນ.

 ຂຽນໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here