ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ຕັ້ງຢູ່ບ້ານບໍ່, ເມືອງໄຊ, ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງໄຊ 5 ກິໂລແມັດ, ໄດ້ເປີດການຝຶກສີມືແຮງງານໃຫ້ບັນດາ 08 ແຂວງພາກເໜືອ ນັບແຕ່ປີ 2007 ເປັນຕົ້ນມາ ໃນນີ້ ມີຜູ້ຜ່ານການຝຶກທັງໝົດ ຈຳນວນ 6594 ຄົນ, ຍິງ 3,235 ຄົນ, ໃນນັ້ນ ຝຶກພາຍໃນສູນ 4,721, ຍິງ 2,400, ຝຶກເຄື່ອນທີ່ 1,639, ຍິງ 805 ແລະຜ່ານການທົດສອບມາດຖານສີມືແຮງງານ ທັງໝົດ 234 ຄົນ, ຍິງ 30 ຄົນ.
ໂດຍປະຕິບັດຕາມແຜນຍຸດທະສາດ ໄລຍະ 5 ປີ 2021-2025, ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ມີແຜນຮັບນັກສຶກສາໃນແຕ່ລະສາຂາອາຊີບ ຈຳນວນ 200 ຄົນ ໃນ 04 ສາຂາອາຊີບ, ລາຍລະອຽດດັ່ງລຸ່ມນີ້:
- ຝຶກສີມືແຮງງານ ລະດັບ 1 – 4.
1). ສາຂາອາຊີບ ຊ່າງ ປຸງແຕ່ງອາຫານ ແລະ ການໂຮງແຮມ ລະດັບ 1-4 ຮັບຈຳນວນ 50
2). ສາຂາອາຊິບ ຊ່າງ ໄຟຟ້າເຕັກນິກ ລະດັບ 1, 3 ຮັບຈຳນວນ 50
3). ສາຂາອາຊີບ ຊ່າງ ສ້ອມແປງ ແລະ ນໍາໃຊ້ຄອມພີວເຕີ 1 ຮັບຈຳນວນ 30
4). ສາຂາອາຊີບ ຊ່າງ ຕັດຫຍິບເຄື່ອງນຸ່ງ 1 ຮັບຈຳນວນ 70
- ເງື່ອນໄຂຜູ້ເຂົ້າຝຶກສີມືແຮງງານ.
2.1. ດ້ານສຸຂະພາບ ແລະ ລະດັບການສຶກສາ.
– ມີສຸຂະພາບແຂງແຮງ, ບໍ່ມີພະຍາດຕິດແປດ;
– ຈົບປະຖົມຂຶ້ນໄປ ສຳລັບ ລະດັບ 1, ສ່ວນ ລະດັບ 2 ຕ້ອງໄດ້ຜ່ານມັດທະຍົມຕອນຕົ້ນຂື້ນໄປ ຫຼື ແມ່ນນັກຮຽນທີ່ຝຶກຈົບ ລະດັບ 1 ຈາກສູນເຮົາມາກ່ອນ;
– ມີຄວາມຮັກມັກໃນອາຊີບ.
2.2. ເອກະສານປະກອບເຂົ້າຝຶກສີມືແຮງງານ.
– ໃບຄຳຮ້ອງສະໝັກເຂົ້າຝຶກ 01 ຊຸດ (ມີຢູ່ໃນສູນຝຶກ);
– ໃບຢັ້ງຢືນທີ່ຢູ່ 01 ໃບ;
– ໃບຢັ້ງຢືນສຸຂະພາບ 01 ໃບ;
– ຊີວະປະຫວັດນັກຮຽນ ຫຼື ຊີວະປະຫວັດທົ່ວໄປ 01 ຊຸດ ( ມີຢູ່ໃນສູນຝຶກ );
– ສຳເນົາໃບປະກາສະນິຍະບັດ ແລະ ໃບຄະແນນຈົບຊັ້ນປະຖົມ, ມໍຕົ້ນ, ຫຼື ມໍປາຍ;
– ຮູບຂະໜາດ 3 x 4 ຈຳນວນ 2 ແຜ່ນ ( ບໍ່ໃຫ້ເກີນ 3 ເດືອນ, ພື້ນສີຟ້າ).- ສິ່ງອຳນວຍຄວາມສະດວກ
– ມີຫໍພັກ, ນ້ຳ ແລະ ມີໄຟຟ້າໃຊ້;
– ສຳລັບຜູ້ເຂົ້າຝຶກໃນແຜນຈະໄດ້ຮັບເງິນເບ້ຍລ້ຽງຕາມລະບຽບການ;
– ອາຫານການກິນ, ເຄື່ອງໃຊ້ເຮືອນຄົວ ແລະ ເຄື່ອງໃຊ້ສ່ວນຕົວ ແມ່ນກຸ້ມຕົນເອງ.
ໝາຍເຫດ:ສຳລັບຜູ້ທີ່ເຂົ້ານອນຫໍພັກຈະໄດ້ເສຍຄ່າບູລະນະຫໍພັກ ແລະ ບູລະນະນ້ຳລີນ 180,000 ກີບ / ຄົນ / 6 ເດືອນ.
- ສິ່ງອຳນວຍຄວາມສະດວກ
- ເວລາການຝຶກສີມືແຮງງານ.
– ຝຶກໃນລະບົບ (ປົກກະຕິ) ວັນຈັນ – ວັນສຸກ (ຕອນເຊົ້າ 8:00-11:30 ໂມງ ແລະ ຕອນແລງ 13:30-16:30ໂມງ);
– ຝຶກສີມືແຮງງານ ລະດັບ 1 ໄລຍະເວລາຝຶກ 06 ເດືອນ, ໃນນັ້ນ ຝຶກງານນອກສະຖານທີ່ 02 ເດືອນ;
– ຝຶກສີມືແຮງງານ ລະດັບ 2 ໄລຍະເວລາຝຶກ 6+6 ເດືອນ, ໃນນັ້ນ ຝຶກງານນອກສະຖານທີ່ 02 ເດືອນ;
– ເປີດຂາຍ ແລະ ຮັບຄຳຮ້ອງ ສະໝັກເຂົ້າຝຶກນັບແຕ່ມື້ອອກແຈ້ງການເປັນຕົ້ນໄປ ແລະ ປິດຮັບຄຳຮ້ອງວັນທີ 22 ກັນຍາ 2022.
– ເປີດການຝຶກສີມືແຮງງານເປັນທາງການນັບແຕ່ວັນທີ 20 ມີນາ 2023 ເປັນຕົ້ນໄປ;
– ສຳລັບ ຜູ້ເຂົ້າຝຶກສີມືແຮງງານທີ່ຈະເຂົ້ານອນຢູ່ໃນຫໍພັກແມ່ນໃຫ້ເຂົ້າມາປະກອບຄຳຮ້ອງເຂົ້ານອນຫໍພັກ ແລະສະເໜີຕົວ ທີ່ສູນພັດທະນາສີມືແຮງງານແຂວງອຸດົມໄຊ ນັບແຕ່ມື້ອອກແຈ້ງການເປັນຕົ້ນໄປ, ເພາະວ່າຫໍພັກມີຈຳນວນຈຳກັດ.
ນັກຮຽນນັກສຶກສາ ຫຼືຜູ້ສົນໃຈທົ່ວໄປ ສົນໃຈສາມາດສະໝັກເຂົ້າຝຶກສີມືແຮງງານ ມີ 3 ຊ່ອງທາງໃນການສະໝັກ ດັ່ງລຸ່ມນີ້:
1. ສະໝັກຢູ່ຫ້ອງການ ຮສສ ເມືອງ ຫຼືພະແນກ ຮສສ ແຂວງ;
2. ສະໝັກຢູ່ສູນພັດທະນາສີມືແຮງງານແຂວງອຸດົມໄຊ ໂດຍກົງ;
3. ສົ່ງລາຍຊື່ສະໝັກມາທາງຄິວອາໂຄ້ດ ຫຼືລີ້ງ ລຸ່ມນີ້:
ສະໝັກຕາມຄິວອາໂຄດ ຫຼື ຫຼືຕາມລີ້ງນີ:
ສອບຖາມຂໍ້ມູນລາຍລະອຽດໄດ້ທີ່ເບີ: 020 5209 5970
ຂຽນໂດຍ: ວິໄລພັບ ຂັນຍາວົງ