ໂດຍປະຕິບັດຕາມໂຄງການຝຶກ ແລະພັດທະນາສີມືແຮງງານລາວ ປີ 2019, ເພື່ອແຮງງານລາວມີຄຸນນະພາບ ຕາມາດຕະຖານສີມືແຮງງານແຫ່ງຊາດ ແລະສ້າງມາດຕະຖານສີມືແຮງງານເພື່ອເຊື່ອມໂຍງນຳພາກພື້ນ ແລະ

ສາກົນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຈິ່ງໄດ້ອະນາມັດເງິນຈຳນວນໜຶ່ງ ເພື່ອລົງຝຶກເຄື່ອທີ່ນຳບັນດາບ້ານຕາມເມືອງຕ່າງໆ ທີ່ຕ້ອງການຝຶກ ແລະພັດທະນາສີມືແຮງງານ.

     ມາໃນວັນທີ 15 ມີຖຸນາ 2020, ນຳໂດຍ ວິທະຍາກອນ ຂອງສູນພັດທະນາສີມືແຮງງານແຂວງອຸດົມໄຊ ລົງຝຶກເຄື່ອນທີ່ ທີ່ບ້ານຈຸດຊຸມ ບ້ານໂຮມໄຊຄຳ ເມືອງແບງ ແຂວງອຸດົມໄຊ, ມາໃນເວລາ 8:00 ຂອງວັນດຽວກັນ

ຈິ່ງຈັດພິທີ ເປີດຝຶກອົບຮົມ ໃນສາຂາກໍ່ສ້າງ ໃຫ້ແກ່ນັກສຳມະນາກອນ ໂດຍການເປັນປະທານ ຂອງ ທ່ານ ຄຳຈັນ ວ່າບົວແສງ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງແບງ ມີ ວິທະຍາກອນ, ແຂກເຊີນ, ສຳມະນາກອນ, ຄະນະພັກບ້ານ ມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ, ຍິງ 5 ຄົນ.

    ຈຸດປະສົ່ງ ໃນການລົງຝຶກເຄື່ອນທີ່ ຄັ້ງນີ້ກໍ່ເພື່ອ: 1). ໃຫ້ບັນດາຊາວບ້ານຜູ້ທີ່ສຳນານງານແລ້ວແຕ່ບໍ່ມີໃບຢັ້ງສີມືແຮງງານ ສາມາດໄປຢັ້ງຢືນການຊອກເຮັດວຽກງານ ນຳບັນດາຫົວໜ່ວຍທຸລະກິດ ພາຍໃນບແຂວງອຸດົມໄຊ; 2). ເພື່ອຍົກລະດັບສີມືແຮງດີຂຶ້ນ, ມີລະບຽບວິໄນ, ມີນິດໄສໃນການເຮັດວຽກແບບອຸດສາຫະກຳຫຼາຍຂຶ້ນ

ເທື່ອລະກ້າວ; 3). ສ້າງໂອກາດໃນການພັດທະນາ ຍົກລະດັບວິຊາຊີບ ໃຫ້ຜູ້ປະກອບການ ໃຫ້ນັບມືນັບສູງຂື້ນ, ສາມາດປ່ຽນວຽກ ຫຼືສາມາດປະກອບວຽກງານທຳ ໃນສິ່ງທີ່ຕົ້ນເອງສຳນານງານ, ສ້າງລາຍຮັບແກ່ຕົນເອງ, ຄອບຄົວ ແລະຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

          ການລົງຝຶກເຄື່ອທີ່ ຄັ້ງນີ້ແມ່ນ ນຳໃຊ້ຫຼັ້ກສູດ ຕາມມາດຕະຖານສີມືແຮງງານແຫ່ງຊາດ ເຊິ່ງໄດ້ຮັບຮອງຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ. ຫຼັກສູດດັ່ງກ່າວ ປະກອບມີພາກທິດສະດີ 20% ແລະພາກປະຕິບັດ 80%. ການຝຶກອົບຮົມ ດັ່ງກ່າວ ຈະເລີມປະຕິບັດໃນລະຫວ່າງ ວັນທີ 15 – 19 ມີຖຸນາ 2020 ນີ້.

ການຝຶກອົບຮົມຈະໄດ້ດຳເນີນເປັນເວລາ 5 ວັນເຕັ້ມ ແລະມີນັກສຳມະນາກອນ ເຂົ້າຮ່ວມ ຈຳນວນ 20 ທ່ານ, ແຕ່ລະທ່ານ ແມ່ນມາຈາກ ບັນດາບ້ານເປົ້າໝາຍ ໃນການພັດທະນາບ້ານໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ຂອງເມືອງ.

ຂຽນໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here