ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຂຽນເປັນຕົວອັກສອນຫຍໍ້ວ່າ “ສພສຂ” ເປັນກົງຈັກການຈັດຕັ້ງ ໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາ ຂອງພະແນກແຮງງານ ແລະສະຫວັດດີການສັງຄົມ ກັບອົງການປົກຄອງແຂວງ, ສາຍວິຊາສະເພາະຂຶ້ນກັບກະຊວງແຮງງານ ແລະສະຫວັດດີການສັງຄົມ; ເປັນສູນຝຶກ ແລະພັດທະນາສີມືແຮງງານ ໃນລະບົບຊັ້ນກາງ (ແຕ່ລະດັບ1-ລະດັບ 4). ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ມີພາລະບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ ແລະກະຊວງແຮງງານ ແລະສະຫັວດດີການສັງຄົມ ໃນການຝຶກ ແລະພັດທະນາສີມືແຮງງານປະຈຳທີ່ ແລະ ເຄື່ອນທີ່ ດ້ວຍການຝືກ(ສ້າງສີມື), ການຍົກລະດັບສີມື, ການທົດສອບ, ການແຂ່ງຂັນສີມືແຮງງານ ແລະການອອກໃບຢັ້ງ ຢືນ-ໃບປະກາສະນີຍະບັດສີມືແຮງງານຕາມສາຂາອາຊີບຕ່າງໆແຕ່ລະລະດັບ, ເພື່ອຮັບປະກັນໃຫ້ຜູ່ອອກແຮງງານມີ ຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະຄະຕິການອອກແຮງງານສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ.
ພາລະບົດບາດ
