ໃນ​ຕອນແລງຂອງວັນ​ທີ 16 ມັງກອນ 2025 ຄະນະຊາວໜຸ່ມ ໜ່ວຍຮາກຖານ ສູນພັດທະນາສີມືແຮງງານ ແຂວອຸດົມໄຊ ໄດ້ຈັດພິທີປະກາດຮັບຮອງຂໍ້ແຂ່ງຂັນ 4 ບຸກ ຂອງຕົນຂື້ນຢ່າງເປັນທາງການ, ໂດຍ ການເປັນປະທານຂອງ ສະຫາຍ ນູນ ລໍປັນຍາ ຮອງເລຂາ ຊາວໜຸ່ມໜ່ວຍຮາກຖານສູນ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ມະນີຈູ ຢາຈົງວາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ, ສະຫາຍ ໄຊທອງ ສຸລິໄຊ ຄະນະພັກ ສູນພັດທະນາສີມືແຮງງານ, ມີແຂກເຊີນຈາກໜ່ວຍອ້ອມຂ້າງ ແລະ ສະມາຊິກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 06 ສະຫາຍ.

ພິທີໄດ້ຮັບຟັງການຜ່ານບົດສະຫຼູບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2024 ແລະທິດທາງແຜນການຈັດຕັ້ງປະຕິບັດ 2025 ໂດຍສະຫາຍ ນູນ ລໍປັນຍາ ຮອງເລຂາ ຊາວໜຸ່ມໜ່ວຍຮາກຖານສູນ, ພ້ອມນັ້ນຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນຕໍ່ບົດສະຫຼູບດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຫຼັງຈາກນັ້ນຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມແຂວງ ຕໍ່ສະມາຊິກຊາວໜຸ່ມທີ່ມີຜົນງານໃນການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2024 ຈໍານວນ 19 ສະຫາຍ, ຍິງ 4 ສະຫາຍ, ເປັນກຽດຂື້ນມອບໂດຍສະຫາຍ ໄຊທອງ ສຸລິໄຊ ຄະນະໜ່ວຍພັກ ສູນພັດທະນາສີມືແຮງງານແຂວງອຸດົມໄຊ ແລະຜ່ານຂໍ້ຕົກລົງມອບໃບຢັ້ງຢືນ 4 ບຸກປະຈຳປີ 2024, ເປັນກຽດມອບໂດຍສະຫາຍ ນາງ ມະນີຈູ ຢາຈົງວາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ.

ຕອນທ້າຍ ນາງ ມະນີຈູ ຢາຈົງວາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ, ໄດ້ຖືໂອກາດດັ່ງກ່າວໂອ້ລົມ ແລະ ມີທິດຕໍ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານສູນ, ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ ຄະນະ ຊາວໜຸ່ມໜ່ວຍຮາກຖານສຸນຍາດມາໄດ້, ພ້ອມນັ້ນ ສະຫາຍຍັງໄດ້ມີທິດໃຫ້ຄະນະຊາວໜຸ່ມໜ່ວຍຮາກຖານສູນ ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຕາມແຜນທີ່ໄດ້ກຳນົດໄວ້ໃນປີ 2025 ໃຫ້ບັນລຸຕາມແຜນ, ນອກນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເພີ້ມທະວິຄວາມສາມັກຄີ, ການສືກສາອົບຮົມການເມືອງແນວຄິດໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມໃຫ້ສາມາດຈຳແນກອັນຖືກອັນຜິດໃນທາມກາງສະພາບບ້ານເມືອງທີ່ມີຄວາມຍຸ້ງຍາກໃນປັດຈຸບັນເພື່ອບໍ່ໃຫ້ຕົກເປັນເຄື່ອງມືໃຫ້ກຸ່ມຄົນບໍ່ດີ, ໃສ່ຮ້າຍປ້າຍສີການນຳຂອງພັກ-ລັດຂອງພວກເຮົາ.

ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ພິທີດັ່ງກ່າວຈິ່ງໄດ້ສໍາເລັດຢ່າງເປັນທາງການ.

ຂຽນໂດຍ: ນູນ ລໍປັນຍາ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here