ໃນຕອນເຊົ້າຂອງວັນທີ 20 ມັງກອນ 2025 ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ກໍ່ຄື ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດພິທີຝຶກສີມືແຮງງານໄລຍະສັ້ນຊ່າງ ປຸງແຕ່ງອາຫານ(ອາຫານແປຮູບ ແລະ ເຂົ້າໜົມ)ຂື້ນທີ່ບ້ານວຽງຄຳ, ເມືອງຫຼາ, ແຂວງອຸດົມໄຊ, ເຊີ່ງໃຫ້ກຽດເປັນປະທານເປິດພິທີໂດຍທ່ານ ນາງ ຈັນທີ ສີສະຫວາດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ບຸນເສີດ ສົມພະຈິດ ຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງຫຼາ, ພະນັກງານຄູ-ອາຈານຈາກສູນພັດທະນາສີມືແຮງງານ ແຂວງ, ມີຜູ້ເຂົ້າຝຶກຈາກບັນດາບ້ານພາຍໃນເມືອງຫຼາ ເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 37 ຄົນ.
ຈຸດປະສົງເພື່ອສົ່ງເສີມ ແລະສ້າງອາຊີບໃຫ້ແກ່ຊາວໜຸ່ມ, ປະຊາຊົນທີ່ບໍ່ມີອາຊີບ, ຫວ່າງງານ ແລະ ຕ້ອງການປ່ຽນອາຊີບ ພາຍໃນເມືອງຫຼາ ໃຫ້ມີວຽກເຮັດງານທຳ ທັງເປັນການສ້າງລາຍໄດ້ ແກ້ໄຂຊີວິດການເປັນຢູ່ຂອງເຂົ້າເຈົ້າໃຫ້ດີຂື້ນ ແນ່ໃສເຮັດໃຫ້ ປະຊາຊົນພາຍໃນເມືອງຫຼາ ມີອາຊີບ ແລະ ສີມືຫຼາກຫຼາຍຂື້ນກວ່າເກົ່າ.
ການຝຶກສີມືແຮງງານຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 35 ຄົນ, ຍິງ 34 ຄົນ, ເຊີ່ງໃຊ້ເວລາໃນການຝຶກ 05 ວັນ 20-24 ມັງກອນ 2025 ແລະ ປະກອບມີ 2 ຫົວຂໍ້ການຝຶກຄື: ການເຮັດອາຫານແປຮູບ ແລະ ເຮັດເຂົ້າໜົມ, ເຊິງຜູ້ເຂົ້າຝຶກຈະໄດ້ຮຽນຮູ້, ຂັ້ນຕອນໃນການກະກຽມ, ວັດສະດຸອຸປະກອນ, ເຄື່ອງມື ແລະ ການດຳເນີນຂັ້ນຕອນການປະຕິບັດຢ່າງຖຶກຕ້ອງ ສາມາດນຳໄປປະກອບອາຊີບ ແລະ ສ້າງລາຍໄດ້ໃຫ້ຕົນເອງ ແລະຄອບຄົວ
ຂຽນໂດຍ: ນູນ ລໍປັນຍາ