ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ໃຜ​ທີ່​ໃຊ້​ໂທລະສັບມືຖືສະມາດ​ໂຟນ​ໃນລະບົບ Android ຫຼືເຮັດໂທລະສັບມືຖືເສຍ, ເຈົ້າຈະມີວິທີຊອກແນວໃດ? ຖ້າໃຜ​ໃຊ້​ iPhone ກໍ​ຈະ​ຮູ້​ວ່າ​ມີ​ແອບ​ Find My iPhone  ໄວ້​ສຳລັບ​ຊອກໂທລະສັບມືຖື​ເສຍ​ໄປ​ໄດ້​ ແຕ່​ຖ້າໂທລະສັບມືຖືລະບົບ Android ຊຶ່ງ​ມີ​ຜູ້​ໃຊ້​ຈຳນວນ​​ຫຼາຍ​ຂະໜາດ​,​ ຫຼາຍ​ຢີ່​ຫໍ້​ ຈະ​ໃຊ້​ແອບ​ຫຍັງ​ໃນ​ການ​ຄົ້ນ​ຫາ​ ຊຶ່ງ​ມື້​ນີ້​​ມາ​ເບິ່ງ​ການ​ໃຊ້​ແອບ​ ແລະ​ເວັບ​ໄຊ​໌​ໃນ​ການ​ຊອກຫາ​ໂທລະສັບມືຖືລະບົບ Android ທີ່​ເສຍ​ໄປພ້ອມໆກັນ.​

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ຮູ້​ ຫລື​ບໍ່​?  ໂທລະສັບມືຖື Android  ທີ່​ເຮົາ​ໃຊ້​ ກໍ​ສາມາດ​ຊອກຫາ​ ເຊັ່ນ​ດຽວ​ກັນ​ກັບ​ Find my iPhone ຂອງ​ iPhone.​ ພວກເຮົາຕ້ອງເປີດ​ທີ່ຢູ່ (Location) ໄວ້​ ເພື່ອ​ໃຫ້​ສາມາດ​ຊອກຫາທີ່ຢູ່ຂອງມືຖືຂອງທ່ານໄດ້​ ….

ເມື່ອ​​ໂທລະສັບມືຖື Android ເສຍ​ໄປ​  ຫລື​ລືມບ່ອນ​ໄວ້​ ຕ້ອງ​ການ​ຊອກຫາ​ວ່າໂທລະສັບ​ມືຖືເຮົາວ່າມັນຢູ່ໃສ ? ແລ້ວເອົາໂທລະສັບ ຫຼືຄອມພິວເຕີຂອງເຈົ້າ ເຂົ້າຕາມລີ້ງເວບໄຊ໌ນີ້ເລີຍ​  www.android.com/devicemanager  ຫລືgoogle.com/android/devicemanager     ແລ້ວໃຫ້​ sign in ດ້ວຍ​ບັນ​ຊີ​ google account  (ບັນ​ຊີ​ gmail ) ທີ່​ເຈົ້າ​ໃຊ້​ກັບ​ໂທລະສັບມືຖື​ເຄື່ອງ​ທີ່​ຕ້ອງ​ການ​ຊອກ​ຫາ​

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ເມື່ອ​ login ແລ້ວ​ ກໍ​ຈະ​ເຫັນ​ສັນຍານເຊື່ອມຕໍ່ຂອງໂທລະສັບມືຖືຢູ່ໃນແຜນທີ ​  ຫລືສະຖານທີທີ່ປິດເຄື່ອງລ່າສຸດໃນແຜນທີ.

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ໃນນີ້ເຮົາ​​ສາມາດ​ກົດ​ປຸ່ມ​ Ring ໃຫ້​ໂທລະສັບມືຖື​ສົ່ງ​ສຽງ​ດັງອອກ​ມາທ່ານໄດ້​…

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ກົດ​ Lock ແລ້ວ​ຕັ້ງ​ລະ​ຫັດ​ຜ່ານ​ໃໝ່​ ເພື່ອ​ລ໋ອກ​ເຄື່ອງ​ທີ່​ຊອກຫາ​ຢູ່​ ບໍ່​ໃຫ້​ຄົນ​ອື່ນ​ເຂົ້າ​ໃຊ້​ງານໂທລະສັບມືຖືຂອງເຮົາ​ໄດ້​.

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ນອກ​ຈາກ​ນີ້​ Android Device Manager ຢັງ​ສາມາດ​ພິມ​ຂໍ້ຄວາມ​ລົງ​ໃນ​ຊ່ອງ​ Recovery Message ເພື່ອ​ໃຫ້​ຂໍ້ຄວາມ​ນັ້ນ​ໆ​ ປາກົດ​ເທິງ​ໜ້າຈໍ​ໂທລະສັບມືຖື​ຂອງ​ທ່ານ​ ເມື່ອ​ມີຄົນເຫັນ​ ຈະ​ໄດ້​ນຳ​ມາ​ສົ່ງ​ຄືນ​ເຈົ້າ​ຂອງ​ໄດ້.

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

Android Device Manager ສາມາດ​ໃຊ້ຂອກຫາ​ໂທລະສັບມື​ຖື​ລະບົບ​ປະຕິບັດການ​ Android  ໄດ້​ທຸກ​ລຸ້ນ​ ທຸກ​ຢີ່​ຫໍ້​   ໃຊ້​ໄດ້​ທັງ​ເວັບ​ໄຊ​໌​ ແລະ​ແອບ​ພຣິກ​ເຄ​ຊັ່ນ​   ແລະ​ໃນ​ກໍລະນີ​ໂທລະສັບມືຖື​ Android ເສຍ​ ສາມາດ​ໃຊ້​ອຸປະກອນ​ IOS.​ ເມື່ອເປີດ​ safari ເຂົ້າ​ເວັບ​ໄຊ​ຕ໌​ Android Device Manager (android.com/devicemanager) ຜ່ານ​ທາງ​ເວັບ​ບ​ຣາວ​ເຊີ​​ ຫລື​ແທັບ​ເລັດ​ໄດ້​ໃນໂທລະສັບມືຖື

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ໃນນີ້​ເຈົ້າ​ສາມາດ​ຕັ້ງ​ຄ່າ​ໃຫ້​ໂທລະສັບມືຖືຂອງ​ເຈົ້າເພື່ອ​ຮອງ​ຮັບ​ການ​ລົບ​ຂໍ້​ມູນ​ເທິງ​ມື​ຖື​ Android ຜ່ານ​ທາງ​ ຄຳ​ສັ່ງ​ໄລຍະທາງໄກ​​  ເມື່ອ​ໃນ​ກໍລະນີ​ໂທລະສັບມືຖືຂອງເຈົ້າທີ່ເສຍໄປນັ້ນ​​ມີ​ຂໍ້​ມູນ​ສຳຄັນ​ ເຈົ້າ​ກໍ​ສາສາມາດລົບຂໍ້ມູນໝົດທຸກຢ່າງຢູ່ໃນໂທລະສັບມືຖື ​ ແລະ​ລາງເຄື່ອງ Factory Reset    ໃໝ່​ ຜ່ານ​ທາງ​ Android Device Manager ໄດ້​.  ໃຫ້​ຕັ້ງ​ຄ່າ​ໂທລະສັບມືຖື ເຂົ້າໄປໃນ Apps >> Google Settings >> ເລືອກ​ Android Device Manager >>ແລ້ວ​ຕິກ​ຖືກ​ທີ່​ Allow Remote Lock and Erase.

ວິທີ່ຊອກໂທລະສັບມືຖື ຫຼື ແທັບເເລັດ (Android Phone) ທີ່ເສຍ ຫຼືຖືກຄົນລັກ

ໃນ​ກໍລະນີ​ໂທລະສັບມືຖື​ເສຍ​ ສາມາດ​ສັ່ງ​ລົບ​ໄດ້​ໂດຍ​  ເຂົ້າ​ Android Device Manager ທາງເວບໄຊ໌ ຫຼື​ທາງ​ແອບ​ໃນລະບົບ Android  >> ຈາກ​ນັ້ນ​ ກໍເຂົ້າສູ່ລະບົບ​ sign in ດ້ວຍບັນຊີຂອງ​ google account ແລ້ວ​ເລືອກ​ໂທລະສັບມືຖືທີ່​ເສຍໄປນັ້ນ​ ແລ້ວ​ຄລິກ​​ “ລົບ”​  >> ມັນກໍຈະຖາມ​ເຈົ້າ​ວ່າ​ ເຈົ້າ​ຕ້ອງ​ການ​ລົບ​ ຫລື​ບໍ່​ ແລ້ວຕອບວ່າ: ​“ລົບ​”.  ເພື່ອ​ກໍ່ການ​ສັ່ງ​ໂທລະສັບມືຖື​ທີ່​ເສຍ​ໄປ​ນັ້ນ​​ ລົບ​ຂໍ້​ມູນ​ແລະ​ factory reset ເຣີ່ມ​ຕົ້ນ​ໃໝ່​ ໃນ​ນີ້​ໂທລະສັບມືຖືທີ່​ເສຍ​ ຈະ​ດຳ​ເນີນ​ການ​ລົບຂໍ້ມູນ​ເມື່ອມີການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​. 

ທີ່​ມາຂອງຂ່າວ​: ອ​ທີ​ 24 ຊັ່ວ​ໂມງ​

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here