
ຕອນເເລງ ເວລາ 14:00 ຂອງວັນທີ 15 ພະຈິກ 2019, ສະຫະພັນແມ່ຍິງໜ່ວຍສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈັດພິທີເປີດ ສະຫຼຸບບັນແຂ່ງຂັນ 3 ດີ ປະຈຳປີ 2019 ໂດຍການເປັນປະທານ ຂອງ ທ່ານ ນ. ອຸລາ ພິລາພົນ, ໃຫ້ກຽດເປັນປະທານ ຮ່ວມ ຂອງ ທ່ານ ນ. ສົມເພັດ ແສງດາລາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ແລະສະຫາຍ ພູວົງ ອິນທະວົງ ຄະນະພັກ, ຮອງອຳນວຍການ, ມີແຂກເຊີນ ແລະສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 36 ສະຫາຍ.

ໃນເບື່ອງຕົ້ນ ກອງປະຊຸມໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໄລຍະ 1 ປີຜ່ານມາ ແລະແຜນການການຈັດຕັ້ງປະຕິບັດໃນປີ 2020 ຂອງຕົນ, ຜ່ານຂໍ້ຕົກລົງການມອບໃບຢັ້ງຢືນ 3 ດີ ປະຈຳປີ 2019. ຈາກນັ້ນ, ສະຫະພັນແມ່ຍິງສູນ ໄດ້ຂຶ້ນຈັບມືຮັບເອົາແຜນສູ້ຊົນແມ່ຍິງ 3 ດີ ຂອງຕົນເປັນຂະບວນຟົດຟຶ້ນ.

ສຸດທ້າຍ ທ່ານ ນ. ສົມເພັດ ແສງດາລາ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ກໍ່ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມ ດັ່ງກ່າວວ່າ: ໃຫ້ເອື້ອຍນ້ອງສະຫະພັນແມ່ຍິງສູນ ເອົາໃຈໃສ່ ສຶກສາຮ່ຳຮຽນ, ເຊື່ອມຊືມ ກຳແໜ້ນນິຕິກຳຕ່າງໆ, ຄົ້ນຄວ້າຊອກຮຸ້ຮຳ່ຮຽນ ເອົາບົດຮຽນອັນໃໝ່ມາພັດທະນາໃຫ້ແກ່ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເອົາໃຈໃສ່ຄຸນລັກສະນະທີ່ເປັນມູນເຊື້ອ, ຄວາມດຸໝັ້ນຂະຫຍັນພຽນ ຮັກສາຮີດຄອງປະເພນີອັນດີງາມຂອງແມ່ຍິງລາວ ແລະມາຮອດເວລາ 17:00 ໂມງຈິ່ງໄດ້ອັດລົງຢ່າງເປັນທາງການ.

ຂຽນໂດຍ: ວິໄລພັບ ຂັນຍາວົງ