ສູນພັດທະນາສີມືແຮງງານແຂວງອຸດົມໄຊທົດສອບສີມືຮງງານໃນສາຂາຊ່າງໄຟຟ້າໃນອາຄານ ລະດັບ 3

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດພິທົດສອບສີມືແຮງງານ ສາຂາຊ່າງໄຟຟ້າໃນອາຄານ ຂຶ້ນທີ່ສູນພັດທະນາສີມືແຮງງານ ລະຫວ່າງ 03-05 ເມສາ 2018 ໂດຍເປັນປະທານ ຂອງ ສະຫາຍ ຄຳເພົາ ດວງຜະສິດ, ຮອງເລຂາພັກ ຮອງພະແນກແຮງງານ ແລະສະຫວັດດີການສັງຄົມ ແລະມີບັນດາ ແຂກເຊີນ, ຄະນະກຳມະການ ແລະນັກທົດສອບເຂົ້າຮ່ວມທັງໝົດ 130 ຄົນ, ຍິງ 10ຄົນ.

ສູນພັດທະນາສີມືແຮງງານແຂວງອຸດົມໄຊທົດສອບສີມືຮງງານໃນສາຂາຊ່າງໄຟຟ້າໃນອາຄານ ລະດັບ 3

      ຈຸດປະສົ່ງກໍເພື່ອປະເມີນເຮັດໃຫ້ແຮງງານລາວມີສີມື, ຄວາມຮູ້, ຄວາມສາມາດ, ໄດ້ຮັບການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ແຮງງານມີວຽກເຮັດງານທຳຢ່າງໝັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ , ສາມາຫຼຸດພົ້ນອອກຈາກຄວາມທຸກຍາກ.
ໃນນີມີບັນດາຜູ່ປະກອບການຈາກຮ່າງຮ້ານບໍລິສັດ, ໂຮງຣຽນ ແລະບັນດາພະແນກການເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 0 ສະຫາຍ. ການທົດສອບແບ່ງອອກເປັນ 02 ພາກຄື່: 1). ພາກທິດສະດີ ພາກຂຽນປະກອບມີ 60 ຄຳຖາມໂດຍໃຊ້ແບບປາລະໃນ ມີ 04 ຄຳຕອບໃຫ້ເລືອກຄຳຕອບກວມເອົາ 25 % ຂອງບໍລິມາດຕາມມາດຕະຖານສີມືແຮງງານ ລະດັບ 03 (ວິຊາຊີບຊຳນານງານ). 2). ພາກຕິບັດຕົວຈິ່ງໂຈດກວມ 70 % ຂອງໜ້າວຽກຂອງບໍລິມາດ ຕາມມາດຕະຖານສີມືແຮງງານ ລະດັບ 03.

 

ຜົນຂອງການທົດສອບ ດັງນີ້:
– ໄດ້ຮັບມີມືແຮງງານ ມີ 24 ສະຫາຍ ເທົ່າກັບ 92 %.
– ບໍ່ຜ່ານການ ມີ 02 ສະຫາຍ ເທົ່າກັບ 7.6 %.

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here