ໃນວັນທີ 28 ກຸມພາ 2019 ນີ້ ຢູ່ສູນພັດທະນາສີມືແຮງງານແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງໜ່ວຍກຳມະບານຮາກຖານ ແລະຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມປະຈຳປີ 2018 ແລະວາງແຜນການທິດທາງ ປີ 2019 ຂຶ້ນຢ່າງເປັນທາງການ ລາຍລະອຽດມີດັ່ງນີ້:ຕອນເຊົ້າເວລາ 8:30 – 12:00 ໂມງ, ໜ່ວຍກຳມະບານໄດ້ເປີດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2018 ແລະວາງທີດທາງແຜນການປະຈຳປີ 2019 ໂດຍເປັນປະທານ ຂອງ ສະຫາຍ ພູວົງ ອິນທະວົງ ຮອງເລຂາໜ່ວຍພັກ, ຮອງອຳນວຍການສູນ, ປະທານກຳມະບານຮາກຖານ, ມີ ທ່ານ ລໍ ຂຸນລໍ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ທ່ານ ສົມພອນ ນ່າວຮືວ່າງ ຄະນະບໍລິຫານງານ ສະຫະພັນກຳມະບານແຂວງ, ເລຂາໜ່ວຍພັກ, ອຳນວຍການສູນ ແລະມີບັນດາສະຫາຍແຂກເຊີນຈາກໜ່ວຍກຳມະບານອ້ອມຂ້າງຕະຫຼອດຮອດສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຜ່ານ ແລະຮັບຮອງຮ່າງບົດສະຫຼຸບ ຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະທິດທາງແຜນການປີ 2019 ເຊິ່ງຜົນຂອງການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2018 ນັ້ນ ສາມາດບັນລຸ ແຕ່ລະມາດຖານກວມ 90% ຂຶ້ນໄປ, ຄັດເລືອກສະມາຊິກທີເຄື່ອນໄຫວດີເດັ່ນ ພ້ອມທັງມອບໃບຍ້ອງຍໍ 5 ເປັນເຈົ້າຈຳນວນ 21 ໃບ, ໃບຢັ້ງຢືນກົມກອງ 5 ເປັນເຈົ້າຈຳນວນ 1 ໃບ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານໃໝ່ ຈຳນວນ 40 ສະຫາຍ, ຍິງ​ 16 ສະຫາຍ. ນອກຈາກນັ້ນ, ພິທີກໍ່ໄດ້ຮຽນເຊີນ ທ່ານ ລໍ ຂຸນລໍ ຮອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ຂຶ້ນມີຄຳໂອ້ລົມ ເຊິງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນການເຄື່ອນໄຫວ 5 ເປັນເຈົ້າປີຜ່ານມາ ແລະໄດ້ຊີ້ໃຫ້ເຫັນຫຼາຍຈຸດທີ່ສຳຄັນ ໃນການສືບຕໍ່ປະຕິບັດຂໍ້ແຂ່ງຂັນໃນຕໍ່ໜ້າ.

ຕອນແລງ ເວລາ 13:30 ໜ່ວຍຮາກຖານຊາວໜຸ່ມກໍ່ໄດ້ເປີດພິທີສະຫຼຸບຂໍ້ແຂ່ງຂັນ 4 ບຸກປີ 2018 ແລະວາງທິດທາງແຜນການປີ 2019 ຂອງຕົນເຊັນດຽວກັນ, ໂດຍການເປັນປະທານ ຂອງ ສະຫາຍ ໄຊທອງ ສຸລິໄຊ ຄະນະໜ່ວຍພັກ, ຮອງອຳນວຍການ, ເລຂາໜ່ວຍຮາກຖານຊາວໜຸ່ມສູນ ມີ ທ່ານ ຄຳແບ່ງ ຈັນມະນີ ຮອງເລຂາ ຄະນະບໍລິຫານງານ ຊາວໜຸ່ມແຂວງ, ທ່ານ ພູວົງ ອິນທະວົງ, ຮອງເລຂາໜ່ວຍພັກ, ຮອງອຳນວຍການສູນ ແລະບັນດາສະຫາຍຜູ່ຕ່າງໜ້າຈາກໜ່ວຍຊາວໜຸ່ມອ້ອມຂ້າງ ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວສູນເຂົ້າຮ່ວມຢ່າງທົ່ວເຖິງ.ໃນກອງປະຊຸມໄດ້ຜ່ານ ແລະຮັບຮອງຮ່າງບົດສະຫຼຸບ ແລະການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກປີ 2018 ແລະທິດທາງແຜນການປີ 2019; ມອບໃຍຢັ້ງຢືນກົມກອງດີເດັ່ນ ຈຳນວນ 1 ໃບ, ໃບຍ້ອງຍໍບຸກຄົນດີເດັ່ນໃນການປະຕິບັດຂໍໍ້ແຂ່ງຂັນ 4 ບຸກ ຈຳນວນ 56 ໃບ.

ພ້ອມກັນນັ້ນ, ພິທີໄດ້ຮັບຟັງການໂອ້ລົມໃຫ້ທິດເຍື່ອງທາງຂອງ ທ່ານ ຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ເຊິ່ງທາງໄດ້ເນັ້ນໃຫ້ໜ່ວຍຊາວໜຸ່ມສືບຕໍ່ເອົາໃຈໃສປັບປຸງແກ້ໄຂ ດ້ານອ່ອນຂໍ້ຄົງຄ້າງຜ່ານມາ, ທັງຕັ້ງໜ້າເປັນເຈົ້າການສ້າງຂະບວນການຕ່າງໆ ໃຫ້ດີກວ່າເກົ່າ ສືບຕໍ່ຮັກສາໃຫ້ໜ່ວຍຮາກຖານຊາວໜຸ່ມຂອງສູນ ກາຍເປັນໜ່ວຍ 4 ບຸກຢ່າງຕໍ່ເນື່ອງ.

ຈາກນັ້ນ, ຕາງໜ້າໜ່ວຍຊາວໜຸ່ມກໍ່ໄດ້ຂຶ້ນຮັບຄຳໂອວາດຈາກທ່ານ ແລະປະຕິຍານຈະສືບຕໍ່ເຄື່ອນໄຫວ ຂໍ້ແຂ່ງຂັນ 4 ບຸກໃຫ້ບັນລຸຕາມລະດັບຄາດໝາຍ.

ມາຮອດເວລາ 16:30 ນາທີ ພິທີໄດ້ອັດລົງເປັນທາງການ

ໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here