ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ່ XI, ໝວດທີ VI, ມາດຕາ 33 ແລະອີງໃສ່ແຈ້ງການຂອງຄະນະໂຄສະນາອົບຮົມແຂວງ, ສະບັບເລກທີ 575/ຄອຊ, ລົງວັນທີ 23 ພຶດສະພາ 2022.

ມາໃນເວລາ 1:30 ນາທີ ຂອງວັນທີ 27 ພຶດສະພາ 2022 ນີ້, ໜ່ວຍພັກສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈິ່ງໄດ້ຈັດກອງປະຊຸມ ດຳເນີນຊີວິດການເມືອງປະຈຳເດືອນພຶດສະພາ 2022 ຂື້ນຢ່າງເປັນທາງການ, ໂດຍການເປັນປະທານ ຂອງ ສະຫາຍ  ສົມພອນ ນາວຮືວ່າງ ຮອງເລຂາ ຄະນະພັກຮາກຖານ, ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ເລຂາໜ່ວຍພັກ, ອໍານວຍການສູນ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະສຳຮອງ ເຂົ້າຮ່ວມທັງໝົດ ຈຳນວນ 19 ສະຫາຍ, ຍິງ 03 ສະຫາຍ.

         ກອງປະຊຸມຄັ້ງນີ້ ໄດ້ຜ່ານບົດສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານໜ່ວຍພັກ ປະຈໍາເດືອນພຶດສະພາ ແລະທິດທາງແຜນການປະຈຳເດືອນມີຖຸນາ, ມີການປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດດັ່ງກ່າວທັງສອງພາກ; ມີການຄົ້ນຄວ້າ, ພິຈາລະນາຮັບຮອງເອົາມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ, ຕຳນິຕິຊົມຕົນເອງ ແລະຕິຊົມເຊິ່ງກັນ ແລະກັນ; ເສຍເງິນສະຕິພັກປະຈຳເດືອນ 5 ແລະສຸດທ້າຍ ໄດ້ຈັດຕັ້ງການເຊືອມຊືມບັນດາເອກະສານສຳຄັນ ຕ່າງໆຈຳນວນໜຶ່ງ.

      ຜ່ານການດໍາເນີນກອງປະຊຸມໄດ້ເປັນເອກະພາບ ຮັບຮອງບາງເນື້ອໃນດັ່ງນີ້:

  1. ກອງປະຊຸມໄດ້ຕົກລົງເຫັນດີ ເປັນເອກະພາບ ຮັບຮອງເອົາບົດສະຫຼຸບປະຈຳເດືອນພຶດສະພາ ແລະທິດທາງແຜນການປະຈຳເດືອນມີຖຸນາ 2022;
  2. ຮັບຮອງມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ ຄື່:
  3. ສະເໜີ ເຂົ້າເປັນສະມາຊິກພັກສຳຮອງ ແມ່ນ ສະຫາຍ ນ. ພອນທິບ ແສງທອງ;
  4. ສະເໜີ ຮຽນກົດລະບຽບຂອງພັກ ແມ່ນສະຫາຍ ໂຕຕ້າ ແສນສາລີ ແລະສະຫາຍ ມົນ ສູນມະນີວົງ;
  5. ສະເໜີ ຮຽນສະໜັບສະໜູນ ແມ່ນ ສະຫາຍ ບຸນຫົງ ວົງວິໄລ.

ພາຍຫຼັງສຳເລັດກອງປະຊຸມດຳເນີນຊີວິດການເມືອງແລ້ວ, ກອງປະຊຸມໄດ້ສືບຕໍ່ຈັດຕັ້ງເຊື່ອມຊືມເອກະສານສຳຄັນຕ່າງໆຈຳນວນ 3 ສະບັບ, ໂດຍເຊີນເອົາພະນັກງານ ແລະນັກສຶກສາທົ່ວສູນເຂົ້າຮ່ວມ 92 ຄົນ, ຍິງ 31 ຄົນ, ເຊິ່ງເອກະສານທີ່ນຳເອົາມາຄົ້ນຄວ້າເຊື່ອມຊືມໃນຄັ້ງນີ້ມີ:

  1. ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ (15 ກໍລະກົດ 1962 -15 ກໍລະກົດ 2022);
  2. ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ;
  3. ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະວັນໄຊຊະນະຂອງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຄົບຮອບ 60 ປີ.

ໃຫ້ກຽດປາຖະກະຖາ ເອກະສານທີ່ 1) ແລະ ທີ 2) ໂດຍແມ່ນ ສະຫາຍ ສົມພອນ ນາວຮືວ່າງ, ເລຂາໜ່ວຍພັກ, ອຳນວຍການສູນ ແລະເອກະສານທີ່ 3) ແມ່ນສະຫາຍ ພູວົງ ອິນທະວົງ, ຮອງເລຂາໜ່ວຍພັກ, ຮອງອຳນວຍການສູນ, ຫົວໜ້າໜ່ວຍປ້ອງກັນຕົວຂອງສູນ.

ຜ່ານການຄົ້ນຄວ້າເຊື່ອມຊືມບັນດາເອກະສານດັ່ງກ່າວ ເຮັດໃຫ້ສະມາຊິກພັກ, ພະນັກງານ ແລະນັກສຶກສາກຳໄດ້ຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະຜົນງານໄຊຊະນະ ຕໍ່ກັບວຽກງານເຫຼົ່ນນັ້ນ, ແລະຈະສືບຕໍ່ພັດທະນາຕົນເອງ ເພື່ອສານວຽກງານຕ່າງໆໃຫ້ນັບມືນັບດີຂື້ນ ແລະ ໝັ້ນຄົງແໜ້ນແກນ ແລະກອງປະຊຸມດຳເນີນມາຮອດເວລາ 17:00 ໂມງ ຈິ່ງໄດ້ປິດລົງ.

ຂຽນຂ່າວ ແລະ ພາບໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here