ໃນຕອນເຊົ້າເວລາ 08:00 ຂອງວັນທີ 11 ມິຖຸນາ 2020 ສູນພັດທະນາສີມືແຮງງານແຂວງອຸດົມໄຊໄດ້ສ້າງຂະບວນການ ຈັດກິດຈະກຳ ການກວດ ແລະວັດແທກອູນຫະພູມ ໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ພາຍໃນ ສູນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ສົມພອນ ນາວຮືວາງ ອໍຳນວຍການສູນ ແລະ ມີວິຊາການຈາກຄະນະສະເພາະກິດ ການປ້ອງກັນສະກັດກັ້ນ, ຄວບຄຸມ ແລະແກ້ໄຂການແພ່ລະບາດຂອງພະຍາດໂຄວິດ19 ເຊີ່ງມີຜູ້ ເຂົ້າຮ່ວມຈໍານວນທັງໝົດ 184 ຄົນ, ຍິງ 75 ຄົນ.

         ການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອປ້ອງກັນ ແລະສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ເນື່ອງຈາກວ່າການຮຽນ-ການສອນໄດ້ເປີດເປັນປົກກະຕິ ແລະມີພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາມາຈາກຫຼາຍພາກສ່ວນ, ຫຼາຍຄົງເຂດ ອາດມີຄວາມສ່ຽງທີ່ຈະນຳເຊື້ອພະຍາດດັ່ງກ່າວມາແພ່ກະຈາຍໃຫ້ແກ່ຄົນອື່ນໆ, ດັ່ງນັ້ນຈິ່ງມີຄວາມຈຳເປັນໃນການປ້ອງກັນ ແລະສະກັດກັ້ນການແພ່ລະບາດຂອງພະຍາດດັ່ງກ່າວ, ໃນນີ້ບັນດາ ພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ໄດ້ພ້ອມກັນລ້າງມືເພື່ອຂ້າເຊື້ອດ້ວຍເຈວລ້າງມື ແລະໃສ່ຜ້າອັດປາກ-ດັງ, ຈັດລຽງແຖວກັນເປັນລຳດັບເພື່ອວັດແທກອູນຫະພູມ ເຊີ່ງຜ່ານການວັດແທກອູນຫະພູມທັງໝົດ184 ຄົນ, ຍິງ 75 ຄົນ ປະກົດວ່າທຸກຄົນມີອູນຫະພູມຮ່າງກາຍແມ່ນຢູ່ໃນເກນປົກກະຕິ, ນອກນັ້ນທາງວິຊາການສະເພາະກິດຂັ້ນແຂວງ ຍັງໄດ້ນຳເອົາອຸປະກອນປ້ອງກັນພະຍາດໂຄວິດ ໂດຍສະເພາະແມ່ນຜ້າອັດປາກຈຳນວນ 20 ກັບ ແລະ ເຫຼົ້າ 90 ຈໍານວນ 10 ຕຸກນ້ອຍ ມອບໃຫ້ສູນພັດທະນາສີມືແຮງງານແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ 19 ໃນແຕ່ລະມື້ຈົນກວ່າຈະຄົບ 14 ມືຕາມກຳນົດ.

         ສຳລັບການກວດ ແລະວັດແທກອູນຫະພູມຂອງພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາແມ່ນຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໄປຕື່ມອິກໂດຍສະເພາະແມ່ນນັກສຶກສາຈຳນວນໜື່ງທີ່ຍັງບໍ່ທັນໄດ້ເດີນທາງເຂົ້າມາສູນນີ້ເທື່ອ ເພື່ອແນ່ໃສ່ຮັບປະກັນໃຫ້ສູນພັດທະນາສີມືແຮງງານແຂວງອຸດົມໄຊ ປະສະຈາກຈາກເຊື້ອພະຍາດໂຄວິດ19.

ຂຽນໂດຍ: ນູນ ລໍປັນຍາ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here