ສູນເປີດພິທີ ປ້ອງກັນບົດລາຍງານຈົບ ລະດັບ 4

0

ໃນເວລລາ 8:00 ຂອງວັນທີ 10 ສິງຫາ 2019 ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈັດເປີດພິທີ ປ້ອງກັນບົດລາຍງານ ເຄື່ອງສາທິດ ສາຂາອາຊີບ ຊ່າງໄຟຟ້າເຕັກນິກ ແລະປຸງແຕ່ອາຫານ ແລະການໂຮງແຮມ ລະດັບ 04, ຂື້ນທີ່ຫ້ອງປະຊຸມຂອງສູນໂດຍເປັນປະທານ ຂອງທ່ານ ໄຊທອງ ສຸລິໄຊ, ຄະນະພັກ, ຮອງອຳນວຍການ, ມີຄະນະກຳມະການ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 60 ຄົນ, ຍິງ, 10 ຄົນ.

ການປ້ອງກັນບົດລາຍງານເຄື່ອງສາທິດໃນຄັ້ງນີ້ ແມ່ນການຢັ້ງຢືນເຖິງຜົນຂອງການຝຶກ ໃນ​ລະດັບ (ສີມືລະດັບນາຍຊ່າງ) ຂອງສູນພັດທະນາສີມືແຮງງານແຂວງອຸດົມໄຊ ແລະເປັນການປະເມີນການສິດສອນຂອງຄູ ແລະທີ່ໄດ້ສົ່ງຄວາມຮູ້, ຄວາມສາມາດ ໃຫ້ແກ່ນັກຮຽນ ແລະທັງເປັນການທົດສອບ ຄວາມຮູ້ຂອງນັກຮຽນແຕ່ລະຄົນ ທີ່ໄດ້ຜ່ານການຝຶກມາ ເພື່ອນຳໄປຖ່າຍທອດ ແລະປະຕິບັດໜ້າທີ່ວຽກງານຕົວຈິງໃນຊີວິດປະຈຳວັນ ໃຫ້ມີອາຊີບ, ມີລາຍໄດ້, ສ້າງເຂັມແຂງດ້ວຍຕົວເອງ, ເຜິ່ງຕົນເອງໄດ້ເທື່ອລະກ້າວ. ການປ້ອງກັນບົດລາຍງານເຄື່ອງສາທິດ ໃນຄັ້ງນີ້ ທັງ 02 ສາຂາ ມີຜູ່ເຂົ້າຮ່ວມ ແລະຜ່ານການປ້ອງກັນທັງໝົດ 49 ຄົນ, ຍິງ 09 ຄົນ. ໃນນັ້ນ ສາຂາໄຟຟ້າເຕັກນິກ ມີ 37 ຄົນ, ຍິງ 02 ​ຄົນ ແລະສາຂາປຸງແຕ່ງອາຫານ ແລະການໂຮງແຮມ ມີ 12 ຄົນ, ຍິງ 07 ຄົນ ຊິງປະກອບມີດັ່ງນີ້:

 1). ສາຂາໄຟຟ້າເຕັກນິກ
ສາຂາໄຟຟ້າເຕັກນິກ ຈັດການປ້ອງກັນບົດລາຍງານເຄື່ອງສາທິດ ປະກອບມີ 05 ຫົວຂໍ້ ໃນນັ້ນແບ່ງອອກເປັນ 05 ກຸ່ມ ດັ່ງນີ້:
  –   ກຸ່ມທີ່ 1: ການສ້ອມແປງຕູ້ເຢັນ ແລະການບຳລຸງຮັກສາ;

–   ກຸ່ມທີ່ 2: ການຕິດຕັ້ງໄຟຟ້າພາຍໃນເຮືອນ;

–   ກຸ່ມທີ 3: ການຄວບຄຸມໂມເຕີ 1​ເຟສ ປີດ-ປິດດ້ວຍຄອນແທັກເຕີ;

–   ກຸ່ມທີ 4: ການຕັ້ງເຄື່ອງປັບອາການແບບແຍກສ່ວນ ແລະການບຳລຸງຮັກສາ;

–   ກຸ່ມທີ່ 5: ການຕິດຕັ້ງປຳ້ນ້ຳ ຄວບຄຸ້ມດ້ວຍຄອນແທັກເຕີ.

2). ສາຂາປຸງແຕ່ງອາຫານ ແລະການໂຮງແຮມ

ສາຂາປຸງແຕ່ງອາຫານ ແລະການໂຮງແຮມ ຈັດການປ້ອງກັນບົດລາຍງານເຄື່ອງສາທິດ ປະກອບມີ 06 ຫົວຂໍ້ ໃນນັ້ນແບ່ງອອກເປັນ 06 ກຸ່ມ ດັ່ງນີ້:
  –   ກຸ່ມທີ່ 1: ດອກໄມ້ປະດິດຈາກຫຼອດພຼາສະຕິກ;

–   ກຸ່ມທີ່ 2: ກະໂທໃບຕອງເປັນລາຍຕ່າງໆ;

–   ກຸ່ມທີ 3: ແກະສະລັກໝາກໂມເປັນລາຍຕ່າງໆ;

–   ກຸ່ມທີ 4: ອາຫານຫວານປະເພດຕ່າງໆ;

–   ກຸ່ມທີ່ 5: ອາຫານປະເພດຂົວ;

–   ກຸ່ມທີ່ 6: ແກະສະລັກສະບູເປັນລາຍຕ່າງໆ

  ພິທີດຳເນີນການປ້ອງກັນບົດລາຍງານເຄື່ອງສາທິດນີ້ ໃຊ້ເວລາການປ້ອງກັນ ເປັນ 1 ວັນ

ຂຽນໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here