ເພື່ອຮັບປະກັນໃຫ້ກຳລັງແຮງງານໄດ້ຮັບການພັດທະນາດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງ ຄວາມຕ້ອງການຂອງຕະຫຼາດແຮງງານ ກໍຄືການ ພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫພກຳ ແລະ ທັນສະໄໝ ເພື່ອເຮັດໃຫ້ແຮງງານລາວມີສີມື , ຄວາມຮູ້, ຄວາມສາມາດ , ໄດ້ຮັບການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ແຮງງານມີວຽກເຮັດງານທຳຢ່າງໝັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ , ສາມາຫຼຸດພົ້ນອອກຈາກຄວາມທຸກຍາກ. ໃນວັນທີ 7 ກຸມພາ 2018ນີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກການສຳຫຼວດໂຄງການສ້າງສູນພັດທະນາສີມືແຮງງານ ຢູ່ແຂວງອຸດົມໄຊ, ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ທ່ານ ແຄນທອງ ສີສຸວົງ ຮອງປະທານກຳມະການຮ່ວມມືລາວ-ຈີນ, ມີບັນດາກົມ, ຮອງກົມ ພ້ອມດ້ວຍພາກສ່ວນກຽ່ວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ພິທີເຊັນບົດບັນທຶກໂຄງການສ້າງສູນພັດທະນາສີມືແຮງງານ

ບົນພື້ນຖານຄວາມຮຽກຮ້ອງຕ້ອງການ ແລະ ການສະເໜີຂອງທ້ອງຖີ່ນໃນການສ້າງພື້ນຖານໂຄງລ່າງແລະ ປັບປຸງໃຫ້ແທດເໝາະກັບສະພາບ ອຳນວຍຄວາມສະດວກ, ຮັບຮອງໃຫ້ແກ່ການຝືກ ແລະ ພັດທະນາສີມືແຮງງານລາວ ຕາມຄວາມຮຽກຮ້ອງຕ້ອງການ ຂອງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ,ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມເປັນສູນກາງໄດ້ຄົ້ນຄວ້າ ແລະ ນໍາສະເໜີຄວາມຮຽກຮ້ອງຕ້ອງການດັ່ງກ່າວ ຜ່ານຄະນະຮ່ວມມືລາວ-ຈີນ ເພື່ອຂໍຄວາມຊ່ວຍເຫຼືອຈາກລັດຖະບານ ສປຈີນ ແລະ ໂຄງການດັ່ງກ່າວແມ່ນໄດ້ຮັບການພິຈາລະນາຈາກ ລັດຖະບານ ສປປ ລາວ ຄັດເລືອກເອົາໂຄງການດັ່ງກ່າວເຂົ້າໃນແຜນການສະເໜີຂໍການຊ່ວຍເຫຼືອ ແລະໄດ້ຮັບການພິຈາລະນາ ຈາກລັດຖະບານແຫ່ງ ສປຈີນ ຈື່ງໄດ້ແຕ່ງຕັ້ງທີມງານວິຊາການລົງມາສຳຫຼວດຈຳນວນສອງຄັ້ງຄື: ຄັ້ງທີ່ 1 ມາສຳຫຼວດກຽ່ວກັບຄວາມຕ້ອງການຕົວຈີງຂອງຝ່າຍລາວ ແລະ ຄວາມເປັນໄປໄດ້ໃນການກໍ່ສ້າງ ແລະ ຄັດເລືອກຮູບການຊ່ວຍເຫຼືອ. ເຊີ່ງສຳຫຼວດໃນຄັ້ງນີ້ແມ່ນຄັ້ງທີ 2 ຈຸດປະສົງກໍ່ແມ່ນເພື່ອລົງສຳຫຼວດພື້ນທີ່, ທີ່ຈະດຳເນີນການກໍ່ສ້າງ, ກວດສະພາບແວດລ້ອມ ແລະ ເຮັດບົດບັນທືກການສຳຫຼວດຮ່ວມກັບ ສປປລາວ. ໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ຢູ່ ບ້ານບໍ່, ເມືອງໄຊ, ແຂວງອຸດົມໄຊ ເປັນໂຄງການຊ່ວຍເຫຼືອລ້າ ທີ່ຈະໄດ້ຮັບການຊ່ວຍເຫຼື່ອຈາກ ລັດຖະບານແຫ່ງ ສປ ຈີນ.
( ຂອບໃຈຂ່າວ ກະຊວງແຮງງານ ແລະສະຫວັດດີການສັງຄົມ)

 

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here