ກອງປະຊູມປຶກສາຫາລື ຄະນະຮັບຜິດຊອບ ໂຄງການສົມທົບການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ
ໃນເວລາ 14 ໂມງ 00 ນາທີ ຂອງວັນທີ 27 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມສູນພັດທະນາສີມືແຮງງານ ແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມ ປຶກສາຫາລື ຄະນະຮັບຜິດຊອບຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການສົມທົບ ໃນການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນໍາລວມ, ມີບັນດາທານຄະນະຊີ້ນໍາ ແລະ ກອງເລຂາ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ເຂົ້າຮ່ວມທັງໝົດ 12 ທ່ານ,...
ປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ
ກຳມະບານຮາກຖານ ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນຄົບຮອບ 137 ປີ (ວັນທີ 1 ພຶດສະພາ 1886- 1 ພຶດສະພາ 2023)
ໃນຕອນແລງ 04 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມສູນ ໄດ້ຈັດພິທີປາຖະກະຖາ ວັນທີ 1 ພຶດສະພາ ວັນກຳມະກອນສາກົນ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ສະຫາຍ ພູວົງ ອິນທະວົງ, ຮອງເລຂາໜ່ວຍພັກ, ປະທານກຳມະບານຮາກຖານ, ມີບັນດາ ຄະນະປະທານກຳມະບານຮາກຖານຕະຫຼອດຮອດສະມາຊິກກຳມະບານ, ພະນັກງານ ຄູອາຈານ ພາຍໃນຮາກຖານສູນ ເຂົ້າຮ່ວມທັງໝົດ 23...
ຂະບວນການໂຄສະນາປູກຈິດສໍານຶກການຂັບຂີ່ປອດໄພຕາມທ້ອງຖະໜົນຫຼວງ ໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນນັກສຶກສາ ພາຍໃນ ສູນພັດທະນາສີມືແຮງງານແຂວງອຸດົມໄຊ
ໃນຕອນແລງເວລາ 14:00 ຂອງວັນທີ 08 ທັນວາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອຸດົມໄຊ ຮ່ວມກັບ ພະແນກຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ໄດ້ລົງໂຄສະນາປູກຈິດສໍານຶກການຂັບຂີ່ປອດໄພຕາມທ້ອງຖະໜົນຫຼວງໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນນັກສຶກສາຢູ່ ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຊືງເປັນປະທານຮ່ວມໂດຍທ່ານ ພູວົງ ອິນທະວົງ ຮອງອຳນວຍການສູນ ແລະ ທ່ານ ຄຳສຸກ ສຣິດທິລາດ ຮອງຫົວຫນ້າພະແນກ ຍທຂ ແຂວງ, ມີທ່ານ ຄໍາພຸດ...
ປະກາດຮັບສະໝັກ ນັກຮຽນນັກສຶກສາ ແລະຜູ້ສົນໃຈທົ່ວໄປ ເຂົ້າຝຶກສີມືແຮງງານ
ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ຕັ້ງຢູ່ບ້ານບໍ່, ເມືອງໄຊ, ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງໄຊ 5 ກິໂລແມັດ, ໄດ້ເປີດການຝຶກສີມືແຮງງານໃຫ້ບັນດາ 08 ແຂວງພາກເໜືອ ນັບແຕ່ປີ 2010 ເປັນຕົ້ນມາ ໃນນີ້ ມີຜູ້ຜ່ານການຝຶກທັງໝົດ ຈຳນວນ 5000 ກວ່າຄົນ, ຜ່ານການທົດສອບສີມືແຮງງານ ທັງໝົດ 206 ກວ່າຄົນ.
ໂດຍປະຕິບັດຕາມແຜນຍຸດທະສາດ ໄລຍະ 5 ປີ 2021-2025, ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ມີແຜນຮັບນັກສຶກສາໃນແຕ່ລະສາຂາອາຊີບ ຈຳນວນ 260 ຄົນ ໃນ...
ສຳເລັດທົດສອບມາດຖານສີມືແຮງງານ ສາຂາອາຊິບ ຊ່າງຕິດຕັ້ງໄຟຟ້າ ລະດັບ 2
ໂດຍໄດ້ຮັບທືນສະໜັບສະໜູນ ຈາກໂຄງການ ILO-China Partnership pregramme, ສູນພັດທະນາສີມືແຮງງານແຂວງອຸດົມໄຊ ສົມທົບ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ສະຖາບັນພັດທະນາສີມືແຮງງານ ຈຶ່ງໄດ້ພ້ອມກັນຈັດຕັ້ງ ການທົດສອບມາດຖານສີມືແຮງງານໃນສາຂາອາຊີບ ຊ່າງໄຟຟ້າ ລະດັບ 2 ຂື້ນຢ່າງເປັນທາງການ ລະຫວ່າງວັນທີ 21-25 ພຶດສະພາ 2022ນີ້.
ຈຸດປະສົງ ແມ່ນເພື່ອວັດປະເມີນຜົນຄວາມຮູ້, ຄວາມສາມາດ ແລະຄວາມຊຳນານງານຂອງຜູ້ທີ່ຜ່ານການຝືກສີມືແຮງງານໃນ ສາຂາໄຟຟ້າ ລະດັບ 1 ແລະ 2 ມາແລ້ວ ໂດຍການທົດສອບ ແລະອອກໃບຢັ້ງຢືນມາດຕະຖານສີມືແຮງງານແກ່ຜູ້ທີ່ຜ່ານການທົດສອບ.
ການທົດສອບສີມືແຮງງານ ເປັນກິດຈະກຳໜຶ່ງ ໃນການສົ່ງເສີມການພັດທະນາສີມືແຮງງານ ແລະການພັດທະນາກຳລັງແຮງງານລາວ...
ຂະບວນການຈັດກິດຈະກຳ ການກວດ ແລະວັດແທກອູນຫະພູມໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນນັກສຶກສາ ພາຍໃນ ສູນພັດທະນາສີມືແຮງງານແຂວງອຸດົມໄຊ
ໃນຕອນເຊົ້າເວລາ 08:00 ຂອງວັນທີ 11 ມິຖຸນາ 2020 ສູນພັດທະນາສີມືແຮງງານແຂວງອຸດົມໄຊໄດ້ສ້າງຂະບວນການ ຈັດກິດຈະກຳ ການກວດ ແລະວັດແທກອູນຫະພູມ ໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ພາຍໃນ ສູນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ສົມພອນ ນາວຮືວາງ ອໍຳນວຍການສູນ ແລະ ມີວິຊາການຈາກຄະນະສະເພາະກິດ ການປ້ອງກັນສະກັດກັ້ນ, ຄວບຄຸມ ແລະແກ້ໄຂການແພ່ລະບາດຂອງພະຍາດໂຄວິດ19...