ໜ່ວຍພັກສູນພັດທະນາສີມືແຮງງານແຂວງອຸດົມໄຊ ເປີດພິທີຮັບສະມາຊິກໃໝ່

ໃນຕອນແລງເວລາ 13:30 ນາທີ ຂອງວັນທີ 26 ກັນຍາ 2019 ນີ້  ໜ່ວຍພັກສູນພັດທະນາສີມືແຮງງານແຂວງອຸດົມໄຊ ໄດ້ຈັດຕັ້ງດຳເນີນຊີວິດການເມືອງປະຈຳເດືອນ 9 ແລະຈັດຕັ້ງພິທີ ຮັບສະມາຊິກພັກໃໝ່ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງສູນພັດທະນາສີມືແຮງງານ ໂດຍການເປັນປະທານ ຂອງ ສະຫາຍ ສົມພອນ ນາວຮືວ່າງ ຄະນະພັກຮາກຖານ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ເລຂາໜ່ວຍພັກສູນ, ມີບັນດາສະຫາຍຄະນະໜ່ວຍພັກ ແລະສະມາຊິກພັກທົ່ວສູນເຂົ້າຮ່ວມຈໍານວນ 19 ສະຫາຍ, ຍິງ 02 ສະຫາຍ.

lao-party-lao-ກອງປະຊຸມພັກ

ໃນເບື່ອງຕົ້ນ ກອງປະຊຸມໄດ້ຈັດພິທີເລື່ອນສະມາຊິກສຳຮອງຂຶ້ນສົມບູນ ຈຳນວນ 1 ສະຫາຍ, ແລະຮັບສະມາຊິກສຳຮອງໃໝ່ ຈຳນວນ 2 ສະຫາຍ, ເລື່ອນສົມບູນໂດຍແມ່ນສະຫາຍ ດາວວີ ດີພະຈັນ (ນັກຮຽນ) ແລະຮັບສຳຮອງໃໝ່ໂດຍແມ່ນສະຫາຍ ຊາຍເພັດ ສົມວິໄລສິນ ແລະ ສະຫາຍ ບຸນໄທ ຢ່າງຈົວລົງ ໃນພິທີໄດ້ ຜ່ານໃບສຳຫຼວດຕົນເອງ, ຜ່ານໃບຢັ້ງຢືນຮັບປະກັນຂອງສະມາຊິກພັກສົມບູນ (ຜູ່ຕິດຕາມ) 2 ສະຫາຍ, ຜ່ານມະຕິຕົກລົງ ຂອງຂັ້ນເທິງ, ພ້ອມນັ້ນ, ໃນພິທີໄດ້ຮັບກຽດໂອລົມ ຂອງສະຫາຍ ເລຂາໜ່ວຍພັກ ເພື່ອເປັນເຂັ້ນທິດເຍື່ອງທາງແກ່ສະມາຊິກພັກສຳຮອງ ແລະສົມບູນໃໝ່ ໄດ້ສຶກສານຳພາຈັດຕັ້ງປະຕິບັດວຽກງານ ແລະພັດທະນາຕົ້ນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນຂອງພັກ.

ຈາກນັ້ນ, ໜ່ວຍພັກໄດ້ນຳພາດຳເນີນຊີວິດການເມືອງປະຈຳເດືອນ 9 ແລະແຜນການປະຈຳເດືອນ 10 ປີ 2019, ຕາມລະບຽບຂອງພັກວາງອອກ ໂດຍສະເພາະໄດ້ຜ່ານບົດສະຫຼຸບ ແລະແຜນການດັ່ງກ່າວ ພ້ອມທັງໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະແຜນ  ທັງຍົກໃຫ້ເຫັນບາງດ້ານທີ່ຕັ້ງໜ້າ ແລະບາງຈຸດທີ່ຕ້ອງສືບຕໍ່ແກ້ໄຂ, ໄດ້ມີການຕຳນິສົ່ງຂ່າວເຊິ່ງກັນ ແລະກັນພາຍໃນຢ່າງກົງໄປກົງມາ,

ສຸດທ້າຍກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮ້ອງເອົາບົດສະຫຼຸບເດືອນ 9 ແລະແຜນເດືອນ 10 ປີ 2019 ແລະມາຮອດເວລາ 17:00 ໂມງຈິ່ງໄດ້ອັດລົງຢ່າງເປັນທາງການ.

ຂຽນໂດຍ: ວິໄລພັບ ຂັນຍາວົງ