ພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ, ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ແລະ ເຜີຍແຜ່ມະຕິຕ່າງໆຂອງຂັ້ນເທິງ

ໃນຕອນເຊົ້າເວລາ 8:00 ນາທີ ຂອງວັນທີ 4 ກຸມພາ 2022 ນີ້  ໜ່ວຍພັກສູນພັດທະນາສີມືແຮງງານແຂວງອຸດົມໄຊ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເຜີຍແຜ່ມະຕິຕ່າງໆຂອງຂັ້ນເທິ່ງ ພິທີດັ່ງກ່າວໄດ້ເປີດຢ່າງເປັນທາງການໃນເວລາ 8:30 ຢູ່ທີ່ຫ້ອງປະຊຸມຂອງສູນພັດທະນາສີມືແຮງງານ ໂດຍພາຍໃຕ້ໃຫ້ກຽດເປັນປະທານຂອງ ສະຫາຍ ນາງໄຊສະຫວັນ ນັນທະໄຊ ກຳມະ ການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຮສສ ແຂວງ ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກທົ່ວສູນເຂົ້າຮ່ວມຈໍານວນ 26 ສະຫາຍ, ຍິງ 5 ສະຫາຍ.

ໃນເບື້ອງຕົ້ນ ກອງປະຊຸມໄດ້ຈັດພິທີເລື່ອນສະມາຊິກສຳຮອງຂຶ້ນສົມບູນ ຈຳນວນ 3 ສະຫາຍ, ຍິງ 0 ສະຫາຍ

ຜ່ານມະຕິຕົກລົງ ຂອງຂັ້ນເທິງ, ພ້ອມນັ້ນ, ໃນພິທີໄດ້ຮັບກຽດໂອ້ລົມ ຂອງສະຫາຍ ເລຂາຄະນະພັກຮາກຖານ ເຊີ່ງສະຫາຍເນັ້ນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຂໍ້ຫ້າມຂອງສະມາຊິກພັກໃນນັ້ນສະຫາຍເລຂາໄດ້ເນັ້ນຫຼາຍບັນຫາທີ່ສຳຄັນໂດຍສະເພາະແມ່ນສະມາຊິກພັກສຳຮອງ ແລະ ສົມບູນໄໝ່ ໃຫ້ເຂົ້າໃຈເຖິງທາດແທ້ຂອງການເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃນການພັດທະນາຕົນເອງໃຫ້ກາຍເປັນສາມາຊິກພັກທີ່ດີເດັ່ນ, ເຂັ້ມແຂງເພື່ອແບກຫາບພາລະກິດໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ໂດຍສະເພາະແມ່ນໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຂອງຂັ້ນເທິງກໍຄືການຈັດຕັ້ງຂອງຕົນ ໃຫ້ມີຄວາມສຳເລັດພ້ອມທັງຮັບປະກັນຄຸນນະພາບ.

ຫຼັງຈາກຮັບຟັງການໂອ້ລົມຂອງຂອງສະຫາຍເລຂາຄະນະພັກຮາກຖານສຳເລັດແລ້ວ ສະຫາຍ ວິໄລພັບ ຂັນຍາວົງ ຕາງໜ້າສະມາຊິກພັກສົມບູນ ແລະ ສໍາຮອງໃໝ່ ຂື້ນຮັບຄໍາໂອວາດ.

ສຸດທ້າຍກອງປະຊຸມໄດ້ສີ້ນສຸດລົງຢ່າງເປັນທາງການ ແລະ ປິດລົງໃນເວລາ 12:00 ນາທີ

ຂຽນໂດຍ: ອຈ ສີວິໄລຊົ່ງ ປັດໃຈ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here