ໃນຕອນເຊົ້າເວລາ 08:ໂມງ 00 ນາທີ ຂອງວັນທີ 28 ມິຖຸນາ 2023 ທີ່ຫ້ອງປະຊຸມຫ້ອງການປະກັນສັງຄົມ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໄດ້ຈັດກອງປະຊູມສະຫຼູບວຽກງານພາຍໃນພະແນກ ຮສສ ແຂວງ 06 ເດືອນຕົ້ນປີ 2023 ແລະ ທິດທາງແຜນການ 06 ເດືອນທ້າຍປີ 2023 ແລະ ມອບໃບຍ້ອງຍໍຜົນງານ 30 ປີ ວັນສ້າງຕັ້ງກະຊວງ ຮສສ ແລະ ມອບໃບຍ້ອງຍໍຜົນງານປະຈຳປີ 2022 ໂດຍການເປັນປະທ່ານຮ່ວມຂອງທ່ານ ນາງ ສົມເພັດ ແສງດາລາ ຮອງຫົວໜ້າພະແນກ ຮສສ ແຂວງ ແລະ ທ່ານ ສົມພອນ ນາວຮືວ່າງ ອໍານວຍການສູນພັດທະນາສີມືແຮງງານແຂວງ ມີພະນັກງານພາຍໃນພະແນກ ຮສສ ແຂວງ, ພະນັກງານສູນພັດທະນາສີມືແຮງງານ ແລະ ພະນັກງານຫ້ອງການປະກັນສັງຄົມແຂວງ ຜູ້ເຂົ້າຮ່ວມທັງໝົດ 38 ຄົນ, ຍິງ 14 ຄົນ.

ກອງປະຊຸມຄັ້ງນີ້ແມ່ນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງພະແນກ ຮສສ ປະຈຳ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2023 ກອງປະຊຸມໄດ້ຜ່ານບົດສະຫຼູບຂອງການຈັດຕັ້ງປະຕິບັດວຽກງານ ຮສສ ແລະ ຍົກໃຫ້ເຫັນຜົນງານອັນດີ, ຂໍ້ຄົງຂ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້, ບັນດາທ່ານໄດ້ປະກອບຄຳຄິດຄຳເຫັນ ແລະ ທິດທາງການແກ້ໄຂຕໍ່ບົດສະຫຼູບດັ່ງກ່າວຢ່າງກົງໄປກົງມາ ແລະໄດ້ພ້ອມກັນຮັບຮອງເອົາບົດສະຫຼູບ ແລະ ທິດທາງແຜນການດັ່ງກ່າວ ແລະ ໃນກອງປະຊຸມຄັ້ງນີ້ໄດ້ມອບໃບຍ້ອງຍໍຜົນງານ 30 ປີ ວັນສ້າງຕັ້ງກະຊວງ ຮສສ ເຊີງເປັນກຽດມອບໂດຍທ່ານ ນາງ ສົມເພັດ ແສງດາລາ ຮອງຫົວໜ້າພະແນກ ຮສສ ແຂວງ ແລະ ມອບໃບຍ້ອງຍໍຜົນງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ເຊີງເປັນກຽດມອບໂດຍທ່ານ ສົມພອນ ນາວຮືວ່າງ ອໍານວຍການສູນ.

    ພາຍຫຼັງທີ່ໄດ້ມອບຜົນງານປະເພດຕ່າງໆສຳເລັດແລ້ວປະທານກອງປະຊຸມໄດ້ມີຄຳຄິດຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບປັບປຸງເນື້ອໃນຂອງບົດສະຫຼູບ ແລະ ທິດທາງແຜນການຕາມຄຳຄິດເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ແລະ ພ້ອມທັງມີຄໍາເຫັນຊີ້ທິດເຢືອງທາງໃນການແກ້ໄຂບັນດາວຽກທີ່ຍັງຄົງຄ້າງໃນການຈັດຕັ້ງປະຕິບັດ 06 ເດືອນທ້າຍປີ ໃຫ້ບັນລຸຕາມແຜນທີ່ວາງໄວ້ ແລະ ໄດ້ຊົມເຊີຍຕໍ່ຜູ້ທີ່ມີຜົນງານດັ່ງກ່າວ ແລະ ໄດ້ເນັ້ນໃຫ້ພະນັກງານພາຍໃນ ຮສສ ເອົາໃຈໃສ່ຮັກສາມູນເຊື້ອຜູ້ທີ່ໄດ້ຜົນງານດີເດັ່ນ ແລະ ຜູ້ທີ່ໄດ້ຜົນງານດີໃຫ້ສືບຕໍ່ບຸກບືນຍາດແຍງໃຫ້ໄດ້ຜົນງານດີກວ່າເກົ່າ.

ຂຽນໂດຍ: ນູນ ລໍປັນຍາ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here