ການປ້ອງກັນບົດຈົບຫຼັກສູດລະດັບ 4 (ຊັ້ນກາງ)

ໃນເວລລາ 8:00 ຂອງວັນທີ 17 ສິງຫາ 2023 ສູນພັດທະນາສີມືແຮງງານແຂວງອຸດົມໄຊ ໄດ້ຈັດເປີດພິທີ ປ້ອງກັນບົດຈົບຫຼັກສູດ ຂື້ນໃນ 02 ສາຂາ: ອາຊີບ ຊ່າງໄຟຟ້າເຕັກນິກ ແລະ ຊ່າງປຸງແຕ່ງອາຫານ ແລະການໂຮງແຮມ ຂື້ນທີ່ຫ້ອງປະຊຸມ ຂອງສູນໂດຍເປັນປະທານ ຂອງທ່ານ ໄຊທອງ ສຸລິໄຊ, ຮອງອຳນວຍການສູນພັດທະນາສີມືແຮງງານ, ມີຄະນະກຳມະການ ແລະ ຜູ້ຝຶກເຂົ້າຮ່ວມທັງໝົດ 36 ຄົນ, ຍິງ, 6 ຄົນ.

         ຈຸດປະສົງ ເພື່ອປະເມີນລະດັບຄວາມຮູ້, ຄວາມສາມາດ, ທັກສະສີມືແຮງງານ ໂດຍຜ່ານຂະບວນການຝຶກໃນໄລຍະຜ່ານມາ. ການປ້ອງກັນບົດຄັ້ງນີ້, ມີທັງໝົດ 8 ຫົວຂໍ້; ແບ່ງອອກເປັນ 08 ກຸ່ມ, ໃນນີ້: ສາຂາຊ່າງໄຟຟ້າເຕັກນິກ ມີ 2 ຫົວຂໍ້ ແລະ ສາຂາ ຊ່າງ ປຸງແຕ່ງອາຫານ ແລະການໂຮງແຮມ ມີ 6 ຫົວຂໍ້ ລາຍລະອຽດດັ່ງລຸ່ມນີ້:

  • ສາຂາ ຊ່າງໄຟຟ້າເຕັກນິກ.

1). ກຸ່ມທີ 1 ການຕິດຕັ້ງແອແຍກສ່ວນແບບທຳມະດາ 12.000 BTU;

2). ກຸ່ມທີ 2 ການຄວບຄຸ້ມໂມເຕີໝູນຊາຍ-ຂວາ ໂດຍໃຊ້ຣີໂມດຄວບຄຸ້ມຄອນໂທຣ;

  • ສາຊາປຸງແຕ່ງອາຫານ ແລະການໂຮງແຮມ.

3). ກຸ່ມທີ 3 ອາຫານຫວານປະເພດໝົກ;

4). ກຸ່ມທີ 4 ເຂົ້າໜົມປະເພດຕົ້ມ;

5). ກຸ່ມທີ 5 ອາຫານປະເພດຈືນ;

6). ກຸ່ມທີ 6 ອາຫານປະເພດຕົ້ມຍໍ້າ;

7). ກຸ່ມທີ 7 ອາຫານແປຮູບປະເພດຊີ້ນຄວາຍ;

8). ກຸມທີ 8 ໄສ້ອົ່ວ.

       ຜ່ານການປ້ອງກັນບົດສາມາດປະເມີນໄດ້ ຄະແນນ ດີ ມີຈໍານວນ 23 ຄົນ, ເທົ່າກັບ 86 % ແລະ ກາງ ມີ 3 ຄົນ, ເທົ່າກັບ 11.11% ແລະ ອ່ອນ ມີ 1 ຄົນ ເທົ່າກັບ 3.70%, ການປ້ອງກັນ ໃຊ້ເວລາ 1 ວັນເຕັມ.

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here