ກຳມະບານຮາກຖານ ສູນພັດທະນາສີມືແຮງງານແຂວງອຸດົມໄຊ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນຄົບຮອບ 137 ປີ (ວັນທີ 1 ພຶດສະພາ 1886- 1 ພຶດສະພາ 2023)

ໃນຕອນແລງ 04 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມສູນ ໄດ້ຈັດພິທີປາຖະກະຖາ ວັນທີ 1 ພຶດສະພາ ວັນກຳມະກອນສາກົນ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ສະຫາຍ ພູວົງ ອິນທະວົງ, ຮອງເລຂາໜ່ວຍພັກ, ປະທານກຳມະບານຮາກຖານ, ມີບັນດາ ຄະນະປະທານກຳມະບານຮາກຖານຕະຫຼອດຮອດສະມາຊິກກຳມະບານ, ພະນັກງານ ຄູອາຈານ ພາຍໃນຮາກຖານສູນ ເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 09 ສະຫາຍ.

ໃນພິທີ ສະຫາຍ ພູວົງ ອິນທະວົງ ໄດ້ໃຫ້ກຽດ ເຜີຍແຜ່ເອກະສານມູນເຊື້ອວັນກຳມະກອນສາກົນ ຈຸດປະສົງກໍ່ ເພື່ອເປັນການຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ , ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະກອນສາກົນ, ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນລາວ ຜົນງານການປະກອບສ່ວນ ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຊົນຊັ້ນກຳມະກອນລາວ ເພື່ອແນໃສ່ເພີ່ມທະວີການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກຳມະບານ, ກຳມະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງນໍ້າໃຈຮັກຊາດ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງຊົນຊັ້ນກຳມະກອນລາວ, ໃຫ້ມີຄວາມບຸກບືນ ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງງານດ້ວຍຄວາມປະດິດສ້າງປະຕິບັດວິໄນ ໃນການອອກແຮງງານ ແລະ ເພື່ອເປັນການປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ປະຕິບັດຂໍ້ແຂ່ງຂັ້ນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັ້ນຮັກຊາດ ແລະພັດທະນາໃຫ້ເປັນຂະບວນການຟົດພື້ນ.

ຂຽນຂ່າວ ແລະ ພາບໂດຍ: ວິໄລພັບ ຂັນຍາວົງ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here