ໃນ​ຕອນເຊົ້າຂອງວັນ​ທີ 26 ທັນວາ 2023 ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ທ່ານ ຫວາງ ຊາງ ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ຜູ້ຕາງໜ້າກົງສູນການຄ້າ, ສະຖານກົງສູນໃຫຍ່ ແຂວງຫຼວງພະບາງ, ຄະນະຮັບຜິດຊອບໂຄງການ ຂັ້ນສູນກາງ, ຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ, ບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຄະນະອຳນວຍການ, ຄູອາຈານ ແລະ ນັກສຶກສາພາຍໃນສູນເຂົ້າຮ່ວມ.

ພິທີດັ່ງກ່າວໄດ້ມີການສະແດງສີລະປະວັນນະຄະດີເຖີງຄວາມສວຍງາມຂອງເຜົ່າລາວ ແລະ ໄດ້ກ່າວເຊີນ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ຂື້ນກ່າວຕໍ່ພິທີດັ່ງນີ້: ໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ດ້ວຍທຶນ ຊ່ວຍເຫຼືອລ້າ ຂອງລັດຖະບານ ສປ ຈີນ ແຫ່ງນີ້ ເປັນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງ ຝ່າຍ, ພ້ອມທັງເປັນການເສີມຂະຫຍາຍການເປັນຄູ່ຮ່ວມຊະຕາກຳ ລະຫວ່າງ ລາວ – ຈີນ, ຈີນ – ລາວ ໃຫ້ຫັນເຂົ້າສູ່ລວງເລິກເທື່ອລະກ້າວ ຄຽງຄູ່ກັບການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ເປັນການປະສານເຊື່ອມໂຍງ, ເຊື່ອມຈອດທີ່ສໍາຄັນລະຫວ່າງ ລາວ – ຈີນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍການພົວພັນຮ່ວມມືດ້ານ ເສດຖະກິດ, ການຄ້າ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ, ລວມທັງນັກທ່ອງທ່ຽວຕ່າງປະເທດນັບມື້ຫຼາຍຂຶ້ນ, ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ, ຍາວນານ ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ, ເປັນຂີດໝາຍທີ່ມີຄວາມໝາຍສໍາຄັນໃນການຝຶກ ແລະ ພັດທະນາ ສີມືແຮງງານ ໃຫ້ຜູ້ບໍ່ມີອາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ໃຫ້ແກ່ຊາວໜຸ່ມ, ລູກຫຼານ, ປະຊາຊົນ ຊາວແຂວງອຸດົມໄຊ ກໍຄືບັນດາແຂວງພາກເໜືອຂອງລາວ ໃຫ້ມີທັກສະ, ມີມາດຕະຖານສີມື ແລະ ມີລະບຽບໃນການອອກແຮງງານທີ່ດີ, ສາມາດຕອບສະໜອງຕາມຄວາມຕ້ອງການ ຂອງຕະຫຼາດແຮງງານຢູ່ພາຍໃນປະເທດ ແລະ ສາມາດເຊື່ອມໂຍງກັບພາກພື້ນສາກົນ, ເຮັດໃຫ້ແຮງງານພາຍໃນມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍຮັບສູງຂຶ້ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ.

ໃນໂອກາດດຽວກັນກໍ່ໄດ້ກ່າວເຊີນ ທ່ານ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ຂື້ນກ່າວຕໍ່ພິທີດັ່ງນີ້: ໂດຍເຫັນໄດ້ຄວາມສໍາຄັນຂອງສອງລັດຖະບານລາວ – ຈີນ, ໃນປີ 2017 ໄດ້ຮັບຂ່າວດີວ່າສູນພັດທະນາສີມືແຮງງານແຂວງອຸດົມໄຊ ແມ່ນໜຶ່ງໃນສິບໂຮງຮຽນທີ່ ລັດຖະບານຈີນ ຈະໃຫ້ການຊ່ວຍເຫຼືອໃນການກໍ່ສ້າງ ແລະ ຝ່າຍຈີນກໍໄດ້ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ສູງ, ລັດຖະບານ ສປ ຈີນ ຍິນດີຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ກໍ່ສ້າງສູນພັດທະນາສີມືແຮງງານແຫ່ງນີ້ ເປັນການຊ່ວຍເຫຼືອທີ່ນໍາໃຊ້ຮູບແບບການກໍ່ສ້າງ ທີ່ຝ່າຍຈີນຮັບຜິດຊອບຄົບຊຸດ ທັງການຝຶກຄູ ຝຶກສີມືແຮງງານ, ຄູທົດສອບ, ການສະໜອງອຸປະກອນການຮຽນ, ການສອນ, ສົ່ງນັກຮຽນທີ່ດີເດັ່ນເພື່ອໄປຮຽນຕໍ່ຢູ່ຈີນ, ການປະຕິບັດງານ, ຫໍພັກຄູ, ຫໍພັກນັກຮຽນ ແລະ ສິ່ງອຳນວຍຄວາມສະດວກ ແລະ ອື່ນໆ.

ພາຍຫຼັງສ້າງສຳເລັດ ສູນພັດທະນາສີມືແຮງງານແຫ່ງນີ້ ຈະເປັນອາຄານທັນສະໄໝສວຍງາມ ແລະ ໄດ້ມາດຕະຖານ ຖືວ່າເປັນສູນພັດທະນາສີມືແຮງງານ ຂະໜາດໃຫຍ່ເປັນລະບົບຄົບຊຸດ ແລະ ທັນສະໄໝ ສາມາດຮອງຮັບຜູ້ເຂົ້າຝຶກຫຼາຍກວ່າ 1.200 ຄົນ.​

ມາຮອດເວລາ 11 ໂມງ 00 ນາທີ ຂອງວັນດຽວກັນ ພິທີດັ່ງກ່າວຈິ່ງໄດ້ສຳເລັດຢ່າງເປັນທາງການ.

ຂຽນໂດຍ: ນູນ ລໍປັນຍາ

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here