ໃນວັທີ 16 ກຸມພາ 2016 ໄດ້ມີພິທີການມອບ-ຮັບອຸປະກອນການຝືກ ແລະພັດທະນາສີມືແຮງງານຈຳນວນ 207 ລາຍການລວມ ມູນຄ່າທັງໝົດ 1,649,000,000 ກີບ ເຂົ້າໃນການຝືກໃນ 7 ສາຂາວິຊາຊີບ ໃຫ້ສູນພັດທະນາສີມືແຮງງານແຂວງອຸດົມໄຊ, ໂດຍມີທ່ານ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະທ່ານເຈົ້າແຂວງອຸດົມໄຊ ເພັດສາຄອນ ຫຼວງອາໄພ ເປັນສັກຂີພິຍານມອບອຸປະກອນດັ່ງກ່າວໃນຄັ້ງນີ້ໂດຍແມ່ນຮ້ານ KMV ຜູ່ດຽວເປັນຜູ່ຮັບເໝົາຈັດຊື້ລົດ ແລະຂົນສົ່ງເຄື່ອງທັງໝົດ.
   ອຸປະກອນເຄື່ອງມື, ເຄື່ອງຈັກ ແມ່ນໄດ້ມາດຖານ ທັງດ້ານເຕັກນີກ, ຍີ່ຫໍ້ ແລະລຸ້ນ ຂອງອຸປະກອນ ແລະຖືກຕ້ອງຕາມສັນຍາທີ່ໄດ້ລະບຸໄວ້ໃນລະບຽບການທຸກຢ່າງ.

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here