ສາຂາອາຊີບ ປູກຝັງ-ລ້ຽງສັດ ເປີດການຝຶກ ແລະພັດທະນາສີມືແຮງງານ 1 ລະດັບ

1. ເງື່ອນໄຂຂອງຜູ່ເຂົ້າຝຶກ ແລະພັດທະນາສີມືແຮງງານ ລະດັບ 1.
– ມີສຸຂະພາບແຂງແຮງ, ບໍມີພະຍາດຕິດແປດ;
– ສາມາດອ່ານອອກຂຽນໄດ້ ຫຼືຈົບປະຖົມຂຶ້ນໄປ;
– ມີຄວາມຮັກມັກໃນອາຊີບ.
2. ເອກະສານປະກອບການຝຶກ ແລະພັດທະນນາສີມືແຮງງານ
– ໃບຄຳຮ້ອງສະໝັກເຂົ້າຝຶກ 1 ຊຸດ (ມີຢູ່ສູນຝຶກ);
– ໃບຢັ້ງຢືນທີຢູ່ 1 ໃບ;
– ຊີວະປະຫວັດນັກຮຽນ ຫຼື ຊີວະປະຫວັດທົ່ວໄປ 1 ຊຸດ (ມີຢູ່ສູນຝຶກ);
– ສຳເນົາໃບປະກາສະນີຍະບັດ ແລະໃບຄະແນນຈົບຊັ້ນສາມັນສຶກສາ;
– ຮູບຂະໜາດ 3×4 ຈຳນວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ, ພື້ນສີຂາວ).
3. ພັນທະຂອງຜູ່ເຂົ້າຝຶກ ແລະພັດທະນາສີມືແຮງງານ
– ລະດັບ 1 ໃຫ້ເບິ່ງຕາມແຈ້ງການຮັບຊາວໜຸ່ມແຕ່ລະສົກຝຶກ;
4. ເວລາການຝຶກ ແລະພັດທະນາສີມືແຮງງານ
– ຝຶກລະບົບ (ປົກກະຕິ) ຈັນ-ສຸກ (ຕອນເຊົ້າ 8:00–11:30 ແລະ ຕອນແລງ 13:30 -16:30 ນາທີ);
– ຝຶກຫຼັກ ລະດັບ 1 ໄລຍະຝຶກ 06 ເດືອນ, ແລະຝຶກນອກສະຖານທີ 02 ເດືອນ.
ໝາຍເຫດ: ການດຳເນີນການຝຶກ ແລະພັດທະນາສີມືແຮງງານ ແຍກອອກເປັນ 2 ພາກຄື: ພາກທິດສະດີ 20% ແລະພາກປະຕິບັດຕົວຈິ່ງ 80%.

ໃຫ້ຄຳຄິດເຫັນ

Please enter your comment!
Please enter your name here